ຫວຽດນາມຕອບສະ ໜອງ“ວັນບຸນບັນດາ ນັກອາສາສະໝັກ ສາກົນ“ ປີ 2014
ບໍລິຈາກເລືອດທີ່ວັນບຸນ
(ພາບ: baomoi.com)
(vovworld)-ວັນທີ 7/12, ຢູ່ນະຄອນໂຮ່ຈິມິນ, ນັກອາສາສະໝັກກ່ວາ 700 ຄົນໄດ້ເຂົ້າຮ່ວມ “ວັນບຸນບັນດານັກອາສາສະໝັກສາກົນ“ ຄັ້ງທີ 2 ໂດຍສະຫະພັນຊາວໜຸ່ມນະຄອນຈັດຕັ້ງຂຶ້ນ. ວັນບຸນປີນີ້ໄດ້ເປີດກ້ວາງດ້ານຂອບຂະໜາດ ແລະ ເປົ້າໝາຍຊ່ວຍເຫຼືອ, ຖືກດຳເນີນໄປດ້ວຍບັນດາການເຄື່ອນໄຫວໂດຍສະໝັກໃຈຢ່າງອຸດົມສົມບູນຄື: ຈັດການໄປຢ້ຽມຢາມ ແລະ ມອບຂອງຂວັນ, ເບິ່ງແຍງດູແລຄົນເຈັບຢູ່ໂຮງໝໍ ແລະ ເດັກນ້ອຍ, ຜູ້ເຖົ້າແກ່ຢູ່ຮາກຖານອຸປະກາລະສັງຄົມຕ່າງໆ…ທີ່ວັນບຸນ, ບັນດານັກອາສາສະໝັກບໍລິຈາກເລືອດໄດ້ 200 ຖົງ. ເພື່ອນຟານທິຮ່າ ນັກສຶກສາມະຫາວິທະຍາໄລແຮງງານສັງຄົມ ຢູ່ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ມື້ນີ້ແມ່ນວັນມີຄວາມໝາຍທີ່ສຸດສຳລັບບັນດານັກອາສາສະໝັກເຂົ້າຮ່ວມລາຍການນີ້. ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດເມື່ອໄດ້ປະກອບສ່ວນກຳລັງແຮງຂອງຕົນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ, ພວກເດັກນ້ອຍ ແລະ ບັນດາເປົ້າໝາຍຕ້ອງການການຊ່ວຍເຫຼືອ. ພວກເຮົາຈົ່ງພ້ອມກັນຊ່ວຍເຫຼືອເດັກນ້ອຍ ແລະ ຜູ້ປະສົບກັບຄວາມຫຍຸ້ງຍາກ ເພື່ອໃຫ້ເຂົາເຈົ້າມີຊີວິດໃນອະນາຄົດຢ່າງສົດໃສກ່ວາ“./.