ຫວຽດນາມຖືກຈັດອັນດັບທີ6ກ່ຽວກັບເຄື່ອງໝາຍການຄ້າກາເຟໄດ້ຮັບຄວາມນິຍົມບໍລິໂພກຢູ່ອາເມລິກາ
ຜູ້ປູກກາເຟ ຫວຽດນາມ
(ພາບປະກອບ: TTXVN)
|
(vovworld) – ຕາມການສຳຫຼວດມໍ່ໆມານີ້ຂອງສະຫະພັນບັນດານັກຜະລິດກາເຟ Colombia (FNC) ແລ້ວ, ຫວຽດນາມ ຖືກຈັດອັນດັບທີ 6 ກ່ຽວກັບເຄື່ອງໝາຍການຄ້າ ກາເຟຢູ່ ອາເມລິກາ, ຕະຫຼາດຈຳໜ່າຍປະເພດເຄື່ອງດື່ມຫຼາຍທີ່ສຸດໃນໂລກ. Colombia ສືບຕໍ່ແມ່ນປະເທດຜະລິດກາເຟ ໄດ້ຮັບຮູ້ຢ່າງກ້ວາງຂວາງທີ່ສຸດຈາກຜູ້ບໍລິໂພກ ອາເມລິກາ, ຈາກນັ້ນແມ່ນ Brazil, Costa Rica, Kenya ແລະ ຫວຽດນາມ. ກາເຟ ກໍ່ແມ່ນປະເພດເຄື່ອງດື່ມທົ່ວໄປຢູ່ ອາເມລິກາ, ປະຊາຊົນປະເທດນີ້ປະມານ 61% ບໍລິໂພກປະເພດເຄື່ອງດື່ມນີ້ເປັນປະຈຳ.