ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ໃຫ້ການຕ້ອນຮັບທ່ານ Eikei Suzuki ຜູ້ວ່າການແຂວງ Mie
(vovworld) - ຕອນບ່າຍວັນທີ 14/11 ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Eikei Suzuki ຜູ້ວ່າການແຂວງ Mie ຍີ່ປຸ່ນ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານຂອງ ຫວຽດນາມ. ເລື່ອງຊຸກຍູ້ການຮ່ວມມື, ພົບປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນ 2 ປະເທດແມ່ນສຳຄັນທີ່ສຸດໃນຫລາຍຂົງເຂດຄື: ດ້ານເສດຖະກິດ, ການຄ້າ, ວັດທະນະທຳ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ບັນດາວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າ ຫວຽດນາມ ລ້ວນແຕ່ປະສົບຜົນສຳເລັດຢ່າງຈົບງາມ. ເຖິງຢ່າງໃດກໍ່ຕາມ ຍີ່ປຸ່ນ ພວມຢືນອັນດັບທີ 2 ກ່ຽວກັບການລົງທຶນຈາກຕ່າງປະເທດຢູ່ ຫວຽດນາມ ດັ່ງນັ້ນ 2 ຝ່າຍຄວນຊຸກຍູ້ການຮ່ວມມືລົງທຶນ ເພື່ອນຳ ຍີ່ປຸ່ນ ກາຍເປັນປະເທດລົງທຶນອັນດັບໃຫຍ່ກ່ວາໝູ່ຢູ່ ຫວຽດນາມ, ລັດຖະບານ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນຂອງ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນມາ ຫວຽດນາມ ໃນນັ້ນ ມີນັກລົງທຶນ ຍີ່ປຸ່ນ.