(vovworld) - ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຮອບດ້ານກັບອາເມລິກາ, ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ທີ່ການເຈລະຈາກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ໃນວັນທີ 30/03. ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ແລະ ກະກຽມໃຫ້ແກ່ການມາຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີອາເມລິກາ Barack Obama. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ, ການນຳ ແລະ ປະຊາຊົນຫວຽດນາມ ຊົມເຊີຍແກ່ການມາຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Barack Obama. ບົນຈິດໃຈນັ້ນ, 2 ຝ່າຍຄວນຕັ້ງໜ້າກະກຽມ, ເພີ່ມທະວີການແລກປ່ຽນເພື່ອສາມາດບັນລຸໄດ້ບັນດາຂໍ້ຕົກລົງລະອຽດ, ແທດຈິງໃນການຢ້ຽມຢາມ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ຢືນຢັນວ່າ, ທ່ານປະທານາທິບໍດີ Barack Obama ພວມລໍຖ້າການມາຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງ ແລະ ປາດຖະໜາຢາກຍູ້ແຮງການຮ່ວມມື ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນບັນດາບັນຫາຍຸດທະສາດ, ໂດຍສະເພາະແມ່ນດ້ານເສດຖະກິດ - ການຄ້າ, ການລົງທຶນ, ສຶກສາ… ໃຫ້ເລິກເຊິ່ງກວ່າອີກ. ທ່ານກໍຢືນຢັນວ່າ, ອາເມລິກາ ຈະສືບຕໍ່ມານະພະຍາຍາມໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອງຫຼັງຈາກສົງຄາມ, ພິເສດແມ່ນເລື່ອງລ້າງສານຜິດຢູ່ບັນດາເຂດທີ່ມີທາດພິດສີສົ້ມ/ດີໂອຊິນ. ທ່ານ John Kerry ກໍສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືໃນບັນຫາປ້ອງກັນຄວາມສະຫງົບໃນການເດີນທະເລ, ໃຫ້ຄຳໝັ້ນສັນຍາວ່າ ອາເມລິກາ ຈະເພີ່ມທະວີການໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດປະຕິບັດກົດໝາຍ, ກຳລັງຕຳຫຼວດທະເລ. ທ່ານ John Kerry ຍັງໃຫ້ຮູ້ຕື່ມອີກວ່າ, ອຳນາດການປົກຄອງຂອງປະທານາທິບໍດີ Barack Obama ໄດ້ຕີລາຄາສູງເປັນພິເສດບັນດາຄວາມມານະພະຍາຍາມຂອງຫວຽດນາມ ພ້ອມກັບບັນດາປະເທດຕ່າງໆຈະສິ້ນສຸດການເຈລະຈາສັນຍາການຄ້າຄູ່ຮ່ວມມືຂ້າມປາຊີຟິກ (TPP) ແລະ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຂົນຂວາຍເພື່ອໃຫ້ສະພາແຫ່ງຊາດອາເມລິກາ ຮັບຮອງເອົາ TPP ໃນປີ 2016.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ກໍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ. ຝ່າຍອາເມລິກາ ຢືນຢັນສະໜັບສະໜູນບັນດາຄວາມມານະພະຍາຍາມເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພໃນການເດີນທະເລ, ແກ້ໄຂບັນດາການຂັດແຍ້ງກັນຜ່ານວິວັດທະນາການດ້ານນີຕິກຳ ແລະ ດ້ວຍບັນດາມາດຕະການສັນຕິພາບ, ບົນພື້ນຖານສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະ ຖະແຫຼງການກ່ຽວກັບການພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ປອດການທະຫານ ແລະ ບໍ່ດຳເນີນການບູລະນະບັນດາເກາະຫີນ, ສະໜັບສະໜູນການສ້າງບັນດາໂຄງປະກອບຮ່ວມສຳພັນໃນພາກພື້ນ, ໃນນັ້ນອາຊຽນ ສວນບົດບາດເປັນໃຈກາງ.