ການເຄື່ອນໄຫວນອກຫຼັກສູດເພື່ອສຶກສາສິ່ງແວດລ້ອມຢູ່ໂຮງຮຽນ (ພາບ: TTXVN)
(vovworld) - ວັນທີ 20/9, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມປະຈຳປີ ຄະນະກຳມະການທົດສະວັດສຶກສາເພື່ອການພັດທະນາແບບຍືນຍົງ. ກ່າວຄວາມເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ Nguyen Thanh Son ເນັ້ນໜັກວ່າ ຫວຽດນາມແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຜັນຂະຫຍາຍທົດສະວັດສຶກສາເພື່ອການພັດທະນາແບບຍືນຍົງ ໂດຍສະຫະປະຊາຊາດປຸກລະດົມ ແລະ ໄດ້ຮັບການຕີລາຄາສູງຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໃນການກໍ່ສ້າງອົງການແຫ່ງຊາດ ແລະ ແຜນການດຳເນີນງານແຫ່ງຊາດ. ທີ່ກອງປະຊຸມ, ຄະນະກຳມະການທົດສະວັດ ໄດ້ສະເໜີຕົວບັນດາກຳມະການ, ຄະນະກຳມະການ, ພ້ອມທັງສຳຫຼວດກວດກາການປະຕິບັດແຜນການດຳເນີນງານແຫ່ງຊາດໃຫ້ໄລຍະທີ 2 ຂອງທົດສະວັດສຶກສາເພື່ອການພັດທະນາແບບຍືນຍົງ ແລະ ວາງອອກທິດທາງໃຫຍ່ຈຳນວນໜຶ່ງໃຫ້ແກ່ການເຄື່ອນໄຫວຂອງຄະນະກຳມະການທົດສະວັດນັບແຕ່ນີ້ເຖິງປີ 2014. ບັນດາຜູ້ແທນສຸມໃສ່ປຶກສາຫາລືກ່ຽວກັບຄວາມຮັບຜິດຊອບຂອງຄະນະກຳມະການທົດສະວັດໃນການໂຄສະນາ, ສຶກສາ, ຍົກສູງຄວາມຮັບຮູ້ກ່ຽວກັບການພັດທະນາແບບຍືນຍົງ..