ຫວຽດນາມນອນໃນບັນຊີລາຍຊື່5ປະເທດໃນຈຳນວນວິຊາເຂົ້າຍີ່ປຸ່ນຫຼາຍທີ່ສຸດໃນປີ2015

ຫວຽດນາມນອນໃນບັນຊີລາຍຊື່5ປະເທດໃນຈຳນວນວິຊາເຂົ້າຍີ່ປຸ່ນຫຼາຍທີ່ສຸດໃນປີ2015 - ảnh 1
ວີຊາເຂົ້າຍີ່ປຸ່ນ
(ພາບ:gaijinpot.com)

(vovworld) –  ຍອດ​ຈຳນວນ​ວີ​ຊາ​ເຂົ້າ​ເມືອງ ຍີ່​ປຸ່ນ ​ໂດຍ​ບັນດາ​ອົງກາ​ນຕາງໜ້າ​ການ​ທູດ​ຂອງ ຍີ່ປຸ່ນ ປະຈຳ​ຕ່າງປະ​ເທດ​ອອກ​ໃຫ້ໃນ​ປີ 2015 ​ແມ່ນ​ກ່ວາ 4,7 ລ້ານ ວີ​ຊາ, ​ເພີ່ມ​ຂຶ້ນ 60% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແລະ ​ແມ່ນ​ລະດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ນີ້. ​ໃນ​ນັ້ນ, ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ຈຳນວນ ວີ​ຊາ ​ອອກ​ຫຼາຍ​ອັນ​ດັບ 4, ຖັດຈາກ ຈີນ, ຟີ​ລິບ​ປິນ ​ແລະ ອີນ​ໂດ​ເນ​ເຊຍ. ອົງການ​ຕາງໜ້າ​ການ​ທູດ​ຂອງ ຍີ່ປຸ່ນ ປະຈຳ ຫວຽດນາມ ນອນ​ໃນ​ກຸ່ມ 10 ອົງການ​ຕາງໜ້າ​ການ​ທູດ​ອອກ ວີ​ຊາ​ເຂົ້າ ຍີ່ປຸ່ນ ຫຼາຍ​ທີ່​ສຸດ​ໃນ​ປີ 2015. ປີ 2015, ຈຳນວນ​ຊາວ ຫວຽດນາມ ​ເຂົ້າ​ຍີ່ປຸ່ນ ​ແມ່ນ 185.400 ຄົນ, ​ເຊິ່ງລວມມີ​ບັນດາ​ຜູ້​ມີ​ວີ​ຊາ​ໂດຍ​ສາມາດ​ເຂົ້າ​ເມືອງ ຍີ່ປຸ່ນ ຫຼາຍ​ເທື່ອ.


ຂ່າວ/ບົດ​ອື່ນ