ຫວຽດນາມ-ບຸນກາຣີມູ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ-ບຸນກາຣີມູ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
(ການເຈລະຈາລະຫວ່າງນາຍົກລັດຖະມົນຕີຫວຽດນາມ - ບຸນກາຣີ)

​(vovworld) -ຕອ​ນ​ບ່າຍ​ວັນ​ທີ 5/6 ຢູ່​ສຳ​ນັກ​ງານ​ສະ​ພາ​ລັດ​ຖະ​ມົນ​ຕີ ຢູ່​ນະ​ຄອນ​ຫລວງ Sofia, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບຸນ​ກາ​ຣີ Boico Borisov. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ຢືນ​ຢັນ:ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເພື່ອ​ຕັ້ງ​ຫນ້າ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ບຸ​ນ​ກາ​ຣີ ກາຍ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ຫວຽດ​ນາມ ຊົມ​ເຊີຍ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ບຸ​ນ​ກາ​ຣີ ລົງ​ທຶນ​ຢູ່​ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​​ທີ່​ການປະ​ຊຸມ​ຂ່າວຫລັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ບຸ​ນ​ກາ​ຣີ Boico Borisov ຢືນ​ຢັນ: ບຸ​ນ​ກາ​ຣີ ສະ​ຫນັບ​ສະ​ຫນູນ ຫວຽດ​ນາມເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ສະ​ຫະ​ພາບ​ເອີ​ລົບ (EU) ແລະ ຈະ​ຊຸກ​ຍູ້ EU  ສຳ​ເລັດ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ແມ່ ຫວຽດ​ນາມ -EU ກ່ຽວ​ກັບ​ການ​ຮ່ວມ​ມື ແລະ ຄູ່​ຮ່ວມ​ມື​ຮອບ​ດ້ານ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Boico Borisov ກໍ​ໄດ້​ແລກ​ປ່ຽນ​ບາງ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄ​ວາມ​ສົນ​ໃຈ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ:

        “ຂ້າ​ພ​ະ​ເຈົ້າ ແລະ ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ Boico Borisov ໄດ້​ແລ​ກ​ປ່ຽນ​ບາງ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ, ເປັນ​ຕົ້ນ​ເນັ້ນ​ຫນັກ​ເຖິງ​ຄວາ​ມ​ສຳ​ຄັນ​ຂອງ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ໂລກ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ພວກ​ຂ້າ​ພ​ະ​ເຈົ້າ​ເຫັນ​ດີ​ໂດຍ​ຖື​ວ່າ: ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຄວນ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ພາກ​ພື້ນ​ຢ່າງ​ເຂັ້ມ​ງວດ.”

 


ຂ່າວ/ບົດ​ອື່ນ