ຫວຽດນາມ-ບຣາຊິນເພີ່ມທະວີການຮ່ວມມືລັດຖະສະພາ

ຫວຽດນາມ-ບຣາຊິນເພີ່ມທະວີການຮ່ວມມືລັດຖະສະພາ - ảnh 1
ທ່ານ Inacio Arruda ແລະ ທ່ານ ​ເຈິ​ນວັນ​ຮັ່ງ
(ພາບ: Phương Hoa/TTXVN)

(vovworld) ຕອນ​ບ່າຍ​ວັນ​ທີ 24/11, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານຫົວໜ້າ​ກຳມາ​ທິການ​ການ​ຕ່າງ​ປະ​ເທດສະພາ​ແຫ່ງ​ຊາດ​ຫວຽດນາມ ​ເຈິ​ນວັນ​ຮັ່ງ ​ໄດ້​​ໃຫ້ການຕ້ອນຮັບ​ຄະນະ​ຜູ້​ແທນ​ກຸ່ມສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ບຣາຊິນ-​ຫວຽດນາມ ​ໂດຍ​ທ່ານ​ນາງ Jo Maraes, ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ບຣາຊິນ-​ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານຫົວໜ້າ​ກຳມາ​ທິການ​ການ​ຕ່າງ​ປະ​ເທດສະພາ​ແຫ່ງ​ຊາດ​ຫວຽດນາມ ​ເຈິ​ນວັນ​ຮັ່ງ  ​ເນັ້ນ​ໜັກ​ວ່າ: ຫວຽດນາມ​ ຍາມ​ໃດ​ກໍ່​ຕັ້ງ​ໝັ້ນ​ປະຕິບັດ​​ແນວ​ທາງການ​ຕ່າງປະ​ເທດ​​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​​ແບບ ​ແລະ ຫຼາຍ​ຝ່າຍ, ​ເປັນ​ເພື່ອນ​ມິດ​ກັບ​ບັນດາ​ປະ​ເທດ​ເພື່ອ​ສັນຕິພາບ, ການຮ່ວມ​ມື, ການ​ພັດທະນາ ​ແລະ ​​ເປັນ​ສະມາຊິກທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ຄວາມ​ຮັບຜິດຊອບ​ຂອງປະຊາ​ຄົມສາກົນ. ຫວຽດນາມ​ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ ບຣາຊິນ, ຊົມ​ເຊີຍ ​ແລະ ພ້ອມ​ແລ້ວ​ທີ່​ຈະສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ບຣາຊິນ ລົງທຶນ ​ແລະ ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ເຊິ່ງ ບຣາຊິນ ມີ​ທ່າ​ແຮງ. ທ່ານຫົວໜ້າ​ກຳມາ​ທິການ​ການ​ຕ່າງ​ປະ​ເທດສະພາ​ແຫ່ງ​ຊາດ​ຫວຽດນາມ ​ເຈິ​ນວັນ​ຮັ່ງ ປາດ​ຖະໜາ​ວ່າ: 2 ຝ່າຍ​ເພີ່ມ​ທະວີ​ການແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ​ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ເພື່ອ​ແລກ​ປ່ຽນ​ວຽກ​ງານ​ວິຊາ​ສະ​ເພາະ​ຂອງ​ລັດຖະສະພາ;  ກຸ່ມສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ບຣາຊິນ-​ຫວຽດນາມ ໜູນ​ຊ່ວຍ​ຊຸກຍູ້​ລັດຖະບານ ບຣາຊິນ ຮັບ​ຮູ້​ກົນ​ໄກເສດຖະກິດ​ຕະຫຼາດ​ຢູ່​ຫວຽດນາມ ​ໂດຍ​ໄວ.

 

 


ຂ່າວ/ບົດ​ອື່ນ