ວາລະປະຊຸມຄົບຄະນະຂອງສະພາສິດທິມະນຸດສປຊ
(ພາບ:AFP/TTXVN)
|
(vovworld) - ໃນລະຫວ່າງວັນທີ 26 – 27/3, ທີ່ສຳນັກງານສະຫະປະຊາຊາດຢູ່ນະຄອນ ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດ ສປຊ ໄດ້ດຳເນີນບັນດາວາລະປຶກສາຫາລືສຸດທ້າຍ, ຮັບຮອງເອົາມະຕິ ແລະ ຂໍ້ຕົກລົງສຳຄັນ 34 ສະບັບ, ແລະ ຖະແຫຼງການ 3 ສະບັບຂອງປະທານສະພາສິດທິມະນຸດທີ່ສະໄໝປະຊຸມຄັ້ງທີ 28.
ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫງວຽນຈູງແທ່ງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ, ເປັນຫົວໜ້າຄະນະ. ທ່ານ ເອກອັກຄະລັດຖະທູດ ຫງວຽນຈູງແທ່ງ ແລະ ຄະນະຜູ້ແທນ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມ, ຕັ້ງໜ້າປະກອບສ່ວນເຂົ້າໃນວິວັດການປຶກສາຫາລື ແລະ ຮັບຮອງເອົາບັນດາມະຕິ, ຂໍ້ຕົກລົງຂອງຊຸດທີ 28 ບົນຈິດໃຈຊຸກຍູ້ເລື່ອງປົກປ້ອງ ແລະ ເປີດກ້ວາງການຊົມໃຊ້ບັນດາສິດຂອງປະຊາຊົນ, ເຄົາລົບກົດບັດ ສປຊ, ກົດໝາຍ ແລະ ສະພາບການສາກົນກໍ່ຄືບັນດາຈຸດພິເສດກ່ຽວກັບດ້ານເສດຖະກິດ, ມູນເຊື້ອວັດທະນະທຳ ແລະ ການພັດທະນາຂອງບັນດາປະເທດ ແລະ ພາກພື້ນ. ຄະນະຜູ້ແທນ ຫວຽດນາມ ເນັ້ນໜັກເລື່ອງ ກອງປະຊຸມສິດທິມະນຸດຄວນມານະພະຍາຍາມຊຸກຍູ້ການໂອ້ລົມສົນທະນາ ແລະ ຮ່ວມມືສ້າງສາ, ຢືດໝັ້ນບັນດາມາດຕະການສ້າງຄວາມດຸ່ນດຽງ ແລະ ສົມເຫດສົມຜົນສຳລັບບັນດາຄວາມບໍ່ລົງລອຍກັນ, ຫຼີກລ້ຽງສະພາບການສະພາສິດທິມະນຸດຖືກຫັນເປັນການເມືອງ ສົ່ງຜົນສະທ້ອນເຖິງອິດທິພົນຊື່ສຽງຂອງສະພາ. ໃນສະໄໝປະຊຸມນີ້, ຫວຽດນາມ ເປັນນັກອຸປະຖຳຮ່ວມ 5 ມະຕິກ່ຽວກັບການປະຕິບັດບັນດາສິດດ້ານເສດຖະກິດ, ວັດທະນະທຳ, ສັງຄົມ. ບັນດາມະຕິໂດຍ ຫວຽດນາມ ປົກປ້ອງໄດ້ຮັບການຮັບຮອງເອົາດ້ວຍຄວາມເຫັນດີເຫັນພ້ອມຈາກສະພາສິດມິມະນຸດຊຸດ 28.