ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຜົນສຳເລັດຂອງກອງປະຊຸມCOP20

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຜົນສຳເລັດຂອງກອງປະຊຸມCOP20 - ảnh 1
ກອງປະຊຸມCOP20
ພາບ:vietnamplus.vn

(vovworld)-​ ຕອນ​ເຊົ້າ​ວັນ​ທີ 17/12, ຢູ່ ຮ່​າ​ໂນ້ຍ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່​ງ​ແວດ​ລ້ອມ​ຫວຽດ​ນາມ ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ກອງ​ປ​ະ​ຊຸມ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່​ຂອງ​ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ບັນ​ດາ​ເນື້ອ​ໃນ​ອື່ນ​ຢູ່ COP 20 ດຳ​ເນີນ​ໄປ​ຢູ່​ນະ​ຄອນ​ຫລວງ Lima, ປະ​ເທດ Peru ແຕ່​ວັນ​ທີ 1-12/12. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວ​ມ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ໃ​ນ​ການ​ສ້າງ​ຂໍ້​ຕົກ​ລົງ​ປີ 2015 ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ບັນ​ດາ​ເນື້ອ​ໃນ​ອື່ນ​ທີ່ COP 20. ທ່ານ ຟ້າມ​ວັນ​ເຕີນ, ຮອງ​ຫົວ​ຫນ້າ​ກົມ​ອຸ​ຕຸ​ນິ​ຍົ​ມ ອຸ​ທົກ​ກະ​ສາດ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຮອງ​ຫົວ​ຫນ້າ​ຄະ​ນ​ະ​ເຈ​ລະ​ຈາ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ໃຫ້​ຮູ້​ວ່າ:

        “ຫວຽດ​ນາມ​ເຂົ້າ​ຮ່ວມ​ທຸກ​ການ​ປຶກ​ສາ​ຫາ​ລື​ສຳ​ຄັນ​ຂອງກອງ​ປະ​ຊຸມ. ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ ໃສ່​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ. ຫວຽດ​ນາມ ມີ​ບົດ​ປາ​ໄສ​ສຳ​ຄັນ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ຄວ​າມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ​ໃນ​ການ​ຮັບ​ມ​ື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ.”

ຂ່າວ/ບົດ​ອື່ນ