ຫວຽດນາມປາດຖະຫນາຢາກເພີ່ມທະວີການຮ່ວມມືກັບລັດເຊຍໃນວຽກງານປ້ອງກັນຄວາມສະຫງົບ

(VOVWORLD) -ວັນທີ 25 ກໍລະກົດ, ຢູ່ ທຳນຽບປະທານປະເທດ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຕ້ອນຮັບເລຂາສະພາປ້ອງກັນຄວາມສະຫງົບ ລັດເຊຍ Patrusev Nikolai Platonovich ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຫວຽດນາມປາດຖະຫນາຢາກເພີ່ມທະວີການຮ່ວມມືກັບລັດເຊຍໃນວຽກງານປ້ອງກັນຄວາມສະຫງົບ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຕ້ອນຮັບເລຂາສະພາປ້ອງກັນຄວາມສະຫງົບ ລັດເຊຍ Patrusev Nikolai Platonovich 

ທ່ານປະທານປະເທດ ເຈີນດ້າຍກວາງ ຊີ້ແຈ້ງວ່າ: ຫວຽດນາມ ຍາມໃດກໍ່ປາດຖະຫນາ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລັດເຊຍ ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ ມີປະສິດທິຜົນ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ສອງຝ່າຍ.  ທ່ານປະທານປະເທດ ສະເຫນີ ບັນດາອົງການກ່ຽວຂ້ອງ ລັດເຊຍ ຮ່ວມມືຢ່າງມີປະສິດທິຜົນກັບກະຊວງຕຳຫລວດ, ກະຊວງປ້ອງກັນປະເທດ ຫວຽດນາມ ໃນການຕໍ່ສູ້ປ້ອງກັນ ຕ້ານອາດຊະຍາກຳ, ປົກປັກຮັກສາຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽ  ບຮ້ອຍຢູ່ແຕ່ລະປະເທດ. ສ່ວນທ່ານ Patrusev Nikolai Platonovich ສະແດງຄວາມປາດຖະຫນາວ່າ ໃນໄລຍະຈະມາເຖິງ ກະຊວງຕຳຫລວດ ແລະ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມກັບອົງການຝ່າຍລັດເຊຍ ຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືຢ່າງແຫນ້ນແຟ້ນກ່ວາໃນການຕໍ່ສູ້ປ້ອງກັນ ຕ້ານອາດຊະຍາກຳ, ປົກປັກຮັກສາຄວາມສະຫງົບແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ