ຫວຽດນາມປາດຖະໜາວ່າກອງທຶນສະຫະປະຊາຊາດເພື່ຶອເດັກນ້ອຍຕັ້ງໜ້າຮ່ວມມືໜູນຊ່ວຍເດັກນ້ອຍຫວຽດນາມ
ທ່ານນາງຮອງປະທານປະເທດ ຫວຽດນາມ
ດັ້ງທິງອກທິ້ງ ຕ້ອນຮັບທ່ານ Omar Abdi
(vovworld) - ຕອນບ່າຍວັນທີ 05/12 ທີ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ໄດ້ໃຫ້ການຕ້ອນຮັບທ່ານ Omar Abdi ຮອງຜູ້ອຳນວຍການຝ່າຍບໍລິຫານກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ທີ່ພວມຢ້ຽມຢາມ ຫວຽດນາມ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນຂອງກອງທຶນ ສະຫະປະຊາຊາດເພື່ອເດັກນ້ອຍໃນວຽກງານເບິ່ງແຍງດູແລ ແລະ ປົກປ້ອງເດັກນ້ອຍໃນທົ່ວໂລກ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ປາດຖະໜາຢາກໃຫ້ກອງທຶນ ສະຫະປະຊາຊາດເພື່ອເດັກນ້ອຍ ສືບຕໍ່ຕັ້ງໜ້າຮ່ວມມືໜູນຊ່ວຍເດັກນ້ອຍ ຫວຽດນາມ ໃນໄລຍະຈະມາເຖິງ ເພື່ອໃຫ້ ຫວຽດນາມ ສຳເລັດບັນດາຄາດໝາຍພັດທະນາແບບຍືນຍົງທີ່ກ່ຽວຂ້ອງເຖິງເດັກນ້ອຍ.
ສ່ວນທ່ານ Omar Abdi ຖືວ່າ: ຫວຽດນາມ ມີຫລາຍບາດກ້າວກ່ຽວກັບການປະຕິບັດສິດຂອງເດັກນ້ອຍ, ຫວຽດນາມ ແມ່ນປະເທດທຳອິດຢູ່ ອາຊີ ທີ່ໄດ້ລົງນາມໃນສົນທິສັນຍາສິດຂອງເດັກນ້ອຍ ແລະ ໃນທົ່ວໂລກ ແລະ ຫວຽດນາມ ຍາມໃດກໍ່ນຳໜ້າວຽກງານນີ້. ທ່ານ Omar Abdi ຍືນຢັນວ່າ ໃນໄລຍະຈະມາເຖິງ ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການປະຕິບັດສິດຂອງເດັກນ້ອຍຢູ່ ຫວຽດນາມ ໃຫ້ດີ ແລະ ມີປະສິດທິຜົນທີ່ສຸດ.