ຫວຽດນາມ-ຝະລັ່ງມຸ່ງໄປເຖິງຄູ່ຮ່ວມມືເສດຖະກິດມີປະສິດທິຜົນແລະຍືນຍົງ

ຫວຽດນາມ-ຝະລັ່ງມຸ່ງໄປເຖິງຄູ່ຮ່ວມມືເສດຖະກິດມີປະສິດທິຜົນແລະຍືນຍົງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 14/09 ທີ່​ກອງ​ປະຊຸມ “ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ ຫວຽດນາມ - ຝະລັ່ງ ຄັ້ງ​ທີ 10 ດ້ວຍ​ຫົວ​ຂໍ້​ວ່າ ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມື​ເສດຖະກິດມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ” ​ເຊິ່ງດຳ​ເນີນ​ຢູ່ນະຄອນ ​ເກີ່​ນ​ເທີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ ຢືນຢັນ​ວ່າ: ​ໃນ​ຕະ​ຫລອດ​ໄລຍະ 25 ປີຜ່ານມາ, ​ເສດຖະກິດ ຫວຽດນາມ ຍາມ​ໃດ​ກໍ່​ຮັກສາ​ໄດ້​ລະດັບ​ເຕີບ​ໂຕພໍ​ສົມຄວນ. ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາວ່າ​​ແມ່ນ​ຈຸດພົ້ນ​ເດັ່ນ​ໃນ​ການ​ປະຕິບັດ​​ເປົ້າໝາຍ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ. ສະ​ເພາະ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຝະລັ່ງ ​ແມ່ນ​ການ​ພົວພັນ​ຮອບດ້ານ ບໍ່​ພຽງ​ແຕ່​ຢູ່​ລະດັບ​ສູນ​ກາງ​ເທົ່າ​ນັ້ນ ຫາກ​ຍັງ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ​ອີກ​ດ້ວຍ ຕາມ​ທິດ​ນັບ​ມື້​ນັບ​ເປີດ​ກ້ວາງ, ​ເຂົ້າ​ສູ່​ລວງ​ເລິກ ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ແທດ​ຈິ​ງ. ກອງ​ປະຊຸມ​ຄັ້ງ​ທີ 10 ນີ້ ຈະ​ນຳ​ມາ​ໃຫ້​ແງ່​ຫວັງພັດທະນາ​ຫລາຍ​ຢ່າງລະຫວ່າງ​ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ ຫວຽດນາມ ​ແລະ ຝະລັ່ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ:

        “ດ້ວຍ​ບັນດາ​ຜົນງານ ​ແລະ ບົດຮຽນ​ຂອງ​ຕົນ, ດ້ວຍ​ອາລົມ​ຈິດ​ທີ່​ສະໜິດ​ຕິດ​ພັນ​ລະຫວ່າງ 2 ຊາດ, ພວກ​ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນ​ວ່າ ພວກ​ເພື່ອນ​ ຝະລັ່ງ ຈະ​ພ້ອມ​ກັບ ຫວຽດນາມ, ຈະ​ຊ່ວຍ ຫວຽດນາມ, ບັນດາ​ທ້ອງ​ຖິ່ນ ຫວຽດນາມ ​ເສີມ​ຂະຫຍາຍທ່າ​ແຮງ​ຂອງ​ຕົນ​​ໃຫ້ດີ​ທີ່​ສຸດ ​ແລະ ພ້ອມ​ກັນສ້າງ​ບັນດາ​ລາຍການໂຄງການ​ຮ່ວມ​ມື​ລະອຽດທີ່​ສຸດ. ​ເພື່ອ​ເຮັດໄດ້ວຽກ​ນັ້ນ ​ແນ່ນອນ​ວ່າຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ອຳ​ນາດ​ການ​ປົກຄອງ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ. ຫວຽດນາມ ຍາມ​ໃດ​ກໍ່​ຕ້ອນ​ຮັບ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ບັນດາ​ວິ​ສາ​ຫະກິດ ຝະລັ່ງ ພັດທະນາ​ດຳ​ເນີນ​ທຸລະ​ກິດ. ຫວຽດນາມ ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ໃຫ້​ການ​ມີໜ້າ​​ຂອງ ຝະລັ່ງ ນັບ​ມື້​ນັບ​ຫລາຍ ຢູ່ ຫວຽດນາມ, ​ໃນ ອາ​ຊຽນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ ​ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ