ຫວຽດນາມພິສູດໃຫ້ເຫັນບົດບາດສຳຄັນເມື່ອເປັນເຈົ້າພາບຈັດຕັ້ງ IPU 132

ຫວຽດນາມພິສູດໃຫ້ເຫັນບົດບາດສຳຄັນເມື່ອເປັນເຈົ້າພາບຈັດຕັ້ງ IPU 132 - ảnh 1
(ທ່ານ Andray Klimov, ຮອງ​ປະທານ​ກຳມາທິການ
ການ​ຕ່າງປະ​ເທດ​ສະພາ​ສູງ​ລັດ​ເຊຍ)


(vovworld) – ຫວ່າງ​ແລ້ວ​ນີ້, ທີ່​ການ​ພົບ​ປະ​ກັບ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ.ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຫງວຽນ​ແທງ​ເຊີນ, ທ່ານ Andray Klimov, ຮອງ​ປະທານ​ກຳມາທິການການ​ຕ່າງປະ​ເທດ​ສະພາ​ສູງ​ລັດ​ເຊຍ, ​ໄດ້​ແລກປ່ຽນ​ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ແລະ 2 ສະພາ​ແຫ່ງ​ຊາດ. ​ເນື່ອງ​ໃນ​ໂອກາດ​ຫວຽດນາມ ພວມ​ຕັ້ງ​ໜ້າ​ກະ​ກຽມ​ໃຫ້​ວຽກ​ງານ​ຈັດ​ຕັ້ງກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ (IPU). ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ກ່ຽວ​ກັບ​ເນື້ອ​ໃນ​ດັ່ງກ່າວ. ທ່ານ Andray Klimov ​ໃຫ້​ຮູ້​ວ່າ.

        “ຂ້າພະ​ເຈົ້າ​ຮູ້ສຶກປິ​ຕິ​ຊົມ​ຊື່ນ​ທີ່​ສຸດເມື່ອ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເຫດການ​ໃຫຍ່ ​ແລະ ສິ່ງ​ດັ່ງກ່າວ​ໄດ້​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ. IPU ອາດ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ປະ​ເທດ​ອື່ນ, ​ແຕ່​ຕາມ​ຂ້າພະ​ເຈົ້າ​ແລ້ວ ຫວຽ​ດນາມ ​ແມ່ນ​​ສະຖານ​ທີ່ດີທີ່​ສຸດ. ​ເຖິງ​ວ່າ​ບັນດາ​ເພື່ອນ​ຫວຽດນາມ ຂອງ​ພວກ​ຂ້າພະ​ເຈົ້າ ບໍ່ທັນ​ຈັດ​ເວທີ​ປາ​ໄສ​ໃຫຍ່​ຄື​ແນວ​ນີ້​ຈັກ​ເທື່ອ, ​ແຕ່​ຂ້າພະ​ເຈົ້າ​ເຊື່ອໝັ້ນ​ວ່າ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ພວກ​ເຮົາ, ນີ້​ຈະ​ກາຍ​ເປັນ​ງານ​ພົບ​ປະ​ສັງ​ສັນອັນ​ດີງາມ.”

ຂ່າວ/ບົດ​ອື່ນ