ຫວຽດນາມພ້ອມແລ້ວທີ່ຈະແບ່ງປັນບົດຮຽນພັດທະນາເສດຖະກິດກັບອີຢີບ
ທ່ານລັດຖະມົນຕີວ່າການກະຊວງກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ ກາວດຶກຟາດ (ຂວາ) ເຂົ້າຮ່ວມກອງປະຊຸມ
(ພາບ: Vietnam+)
|
(vovworld) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມພັດທະນາເສດຖະກິດອີຢີບ (EEDC), ເຊິ່ງດຳເນີນແຕ່ວັນທີ 13-15/3 ຢູ່ Sharm el-Sheikh, ທ່ານລັດຖະມົນຕີວ່າການກະຊວງກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ ກາວດຶກຟາດ ຢືນຢັນວ່າ: ດ້ວຍມູນເຊື້ອຮ່ວມມືມິດຕະພາບມາແຕ່ດົນນານ, ຍາມໃດຫວຽດນາມກໍ່ຮຽງບ່າຮຽງໄຫຼ່ກັບປະຊາຊົນອີຢີບໃນທຸກສະພາບການ ແລະ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນກິດຈະການພັດທະນາເສດຖະກິດ ແລະ ກໍ່ສ້າງປະເທດກັບອີຢີບ. ເມື່ອແລກປ່ຽນກັບນັກຂ່າວຂ່າວສານຫວຽດນາມຢູ່ນອກ ກອງປະຊຸມພັດທະນາເສດຖະກິດອີຢີບ, ທ່ານລັດຖະມົນຕີວ່າການ ກາວດຶກຟາດ ຖືວ່າ, ກອງປະຊຸມແມ່ນເຫດການທີ່ມີລັກສະນະການເມືອງ ແລະ ເສດຖະກິດໃຫຍ່ສຳລັບອີຢີບ. ນີ້ກໍ່ແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາວິສາຫະກິດຫວຽດນາມຊອກຫາກາລະໂອກາດລົງທຶນ, ຮ່ວມມື, ປະກອບສ່ວນບັນລຸຄາດໝາຍຍົກວົງເງິນສົ່ງອອກສອງສົ້ນກັບອີຢີບຂຶ້ນ 500 ລ້ານໂດລາສະຫະລັດໃນປີ 2015. ທ່ານກໍ່ຕີລາຄາວ່າ, ຫວຽດນາມ ແລະ ອີຢີບມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື.