ຫວຽດ​ນາມ​ມີ ​51.216 ຄົນ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19

(VOVWORLD) -ກ່ຽວກັບວຽກງານສັກວັກຊິນກັນໂຄວິດ - 19 ,ຕາມລາຍການສັກວັກຊິນກັນໂຄວິດ - 19 ເປີດກ້ວາງແຫ່ງຊາດໃຫ້ຮູ້ວ່າ ໄລ່ຮອດເວລາ 16 ໂມງຂອງວັນທີ 1 ເມສາ ຫວຽດນາມ ມີ1.473 ຄົນໄດ້ຮັບການສັກວັກຊິນກັນໂຄວິດ - 19 ຕື່ມອີກ, ອັນໄດ້ຍົກຈຳນວນຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢູ່ ຫວຽດນາມຂຶ້ນເຖິງ 51.216 ຄົນ. 
ຫວຽດ​ນາມ​ມີ ​51.216 ຄົນ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 - ảnh 1ສັກວັກຊິນກັນໂຄວິດ - 19 (ພາບ: TTXVN)

ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ, ນັບແຕ່ເວລາ 6 ໂມງຫາເວລາ 18 ໂມງ ໂມງຂອງວັນທີ 2 ເມສາ, ຫວຽດນາມ ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 3 ຄົນ ລ້ວນແຕ່ແມ່ນຊາວຫວຽດນາມ ທີ່ກັບມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໂດຍທັນທີ. ປັດຈຸບັນ ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 2.620 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 2.383 ຄົນ.

        ກ່ຽວກັບວຽກງານສັກວັກຊິນກັນໂຄວິດ - 19, ຕາມລາຍການສັກວັກຊິນກັນໂຄວິດ - 19 ເປີດກ້ວາງແຫ່ງຊາດໃຫ້ຮູ້ວ່າ ໄລ່ຮອດເວລາ 16 ໂມງຂອງວັນທີ 1 ເມສາ ຫວຽດນາມ ມີ1.473 ຄົນໄດ້ຮັບການສັກວັກຊິນກັນໂຄວິດ - 19 ຕື່ມອີກ, ອັນໄດ້ຍົກຈຳນວນຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢູ່ ຫວຽດນາມຂຶ້ນເຖິງ 51.216 ຄົນ. ນີ້ແມ່ນບັນດາພະນັກງານ, ພາລະກອນການແພດທີ່ພວມປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ໂດຍກົງ…

ຕອບກັບ

ຂ່າວ/ບົດ​ອື່ນ