ຫວຽດນາມມີກ່ວາ1760ຕາແສງບັນລຸມາດຖານຊົນນະບົດໃໝ່

ຫວຽດນາມມີກ່ວາ1760ຕາແສງບັນລຸມາດຖານຊົນນະບົດໃໝ່ - ảnh 1
(ພາບປະກອບ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 13/04 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ, ຄະນະ​ຕິດ​ຕາມ​ກວດກາ​ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ເຮັດ​ວຽກ​ກັບ​ຜູ້ຕາງໜ້າ​ລັດຖະບານ ​ແລະ ບັນດາ​ກະຊວງ ຂະ​ແໜງ​ການ​ກ່ຽວ​ກັບ​ເລື່ອ​ງປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກໍ່​ສ້າງ​ຊົນນະບົດ​ໃໝ່ (​​ໄລຍະ 2010 - 2015) ​ໂດຍຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່. ຕາມ​ຂໍ້​ມູນ​ຂ່າວ​ສານທີ່​ການ​ເຮັດ​ວຽກ​ແລ້ວ ​ໄລ່​ຮອດ​ເດືອນ 3 ປີ 2016, ຫວຽດນາມ ມີ​ກ່ວາ 1760 ຕາ​ແສງ​ບັນລຸ​ໄດ້​ມາດຖານ​ຊົນນະບົດ​​ໃໝ່. ທ່ານ ຟຸ່ງດຶກ​ຕ໋ຽນ ກຳມາ​ການ​ໃນ​ກຳມາ​ທິການ​ວິທະຍາ​ສາດ ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ

“​ໃນ​ການ​ຜະລິດ​ກະສິກຳ, ປະຈຸ​ບັນ​ມີ​ຂະ​ບວນການສະ​ສົມດິນ​ນາ ​ເພື່ອ​ເຂົ້າ​ສູ່ການ​ຜະລິດ​ໃນ​ເນື້ອ​ທີ​ນາ​ທີ່​ກ້ວາງ​ໃຫຍ່. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ມະຕິ​ສະພາ​​ແຫ່ງ​ຊາດ ຫາ​ກໍ​ລົງ​ຄະ​ແນນ​ສຽງຮັບຮອງ​ເອົາ​ນັ້ນ​ຮອດ 2020, 40% ຈຳນວນ​​ແຮງ​ງານ​​ແມ່ນຢູ່​ຊົນນະບົດ ​ແຕ່​ໃນປະຈຸ​ບັນ​ແມ່ນ 45% ​ແລ້ວ. ຖ້າວ່າ​ສະ​ສົມ​ດິນ​ນາ ​ໂດຍ​ບໍ່​ຄິດ​ໄລ່​ເຖິງ​ເລື່ອງວຽກ​ເຮັດງານທຳຂອງ​ປະຊາຊົນ ນັ້ນກໍ່​ແມ່ນ​ບັນ​ຫາທີ່​ພວກ​ເຮົາ​ຄວນ​ພິຈາລະນາ”

ຂ່າວ/ບົດ​ອື່ນ