ຫວຽດນາມມີລະດັບ ຄວາມຮູ້ພາສາອັງກິດ ກ້າວໜ້າຢ່າງວ່ອງໄວ


ຫວຽດນາມມີລະດັບ ຄວາມຮູ້ພາສາອັງກິດ ກ້າວໜ້າຢ່າງວ່ອງໄວ - ảnh 1

(ພາບ: http://giaoduc.net.vn )

 (vovworld)- ຫວຽດນາມ​ມີ​ລະດັບ​ຄວາມ​ຮູ້​ພາສາ​ອັງກິດ​ກ້າວໜ​້າຢ່າງ​ວ່ອງ​ໄວ-ນັ້ນ​ແມ່ນ​ຂໍ້​ມູນ​ຂ່າວ​ຈາກ​ພິທີ​ປະກາດ​ລະດັບ​ຄວາມ​ຮູ້​ພາສາ​ອັງກິດ ຂອງ​ອົງການ​ສຶກສາ​ສາກົນ EF Education First ຈັດ​ຂຶ້ນ​ເມື່ອ​ຕອນ​ເຊົ້າວັນ​ທີ 1/12 ຢູ່​ຮ່າ​ໂນ້ຍ. ຕາມ​ບົດ​ລາຍ​ງານ​ໂດຍ​ອົງການ​ດັ່ງກ່າວ​ປະກາດ​ເມື່ອ​ວັນ​ທີ 12/11 ຜ່ານ​ມາ​ຢູ່​ຮົງ​ກົງ (ຈີນ) ​ແລ້ວ, ​ແດນ​ມາກ ​ແມ່ນ​ປະ​ເທດ​ມີ​ຜູ້​ເວົ້າພາສາ​ອັງກິດ​ດີ​ກ່ວາ​ໝູ່​ໃນ​ໂລກ ​ແລະ 10 ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ​ລະດັບ​ຄວາມ​ຮູ້​ພາສາ​ອັງກິດ ລ້ວນ​ແຕ່​ແມ່ນ​ປະ​ເທດ​​ເອີ​ລົບ. ສາມ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ​ໄທ ​ແລະ ຫວຽດນາມ ​ແມ່ນ​ບັນດາ​ປະ​ເທດ​ກ້າວໜ້າ​ກ່ວາ​ໝູ່​ກ່ຽວ​ກັບ​ລະດັບ​ພາສາ​ອັງກິດ​ໃນ​ໂລກ. ຫວຽດນາມ ຢືນ​ອັນ​ດັບ​ທີ 33 ​ໃນ​ບັນຊີ​ລາຍ​ຊື່​ຈັດ​ອັບ​ດັບ​ບັນດາ​ປະ​ເທດ​ມີ​ລະດັບ​ພາສາ​ອັງກິດ​ດີ. EF Education First ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ປີ 1965 ​ແມ່ນ​ອົງການ​ສຶກສາ​ສາກົນສອນ​ພາສາ, ​ແລະ ວັດທະນະທຳ./.

ຂ່າວ/ບົດ​ອື່ນ