ຫວຽດນາມມອບລະບົບເຄື່ອງສົ່ງ​ສັນ​ຍານໂທ​ລະ​ພາບດ້ວຍເຕັກໂນໂລຢີໃໝ່ໃຫ້ລາວ

ຫວຽດນາມມອບລະບົບເຄື່ອງສົ່ງ​ສັນ​ຍານໂທ​ລະ​ພາບດ້ວຍເຕັກໂນໂລຢີໃໝ່ໃຫ້ລາວ - ảnh 1
(ພິທີ​ມອບຮັບ​ລະບົບ​ເຄື່ອງສົ່ງ​ສັນ​ຍານໂທ​ລະ​ພາບ
VHF 10 KW ​ໃຫ້​ສະຖານີໂທລະພາບ​ແຫ່ງ​ຊາດ ລາວ)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 22/12 ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ, ​ໄດ້ດຳ​ເນີນ​ພິທີ​ມອບຮັບ​ລະບົບ​
ເຄື່ອງສົ່ງ​ສັນ​ຍານໂທ​ລະ​ພາບ VHF 10 KW ​ໃຫ້​ສະຖານີໂທລະພາບ​ແຫ່ງ​ຊາດ ລາວ. ລະບົບ​ເຄື່ອງສົ່ງ​ສັນ​ຍານໂທ​ລະ​ພາບນີ້ ​ໂດຍ​ສະຖານີໂທລະພາບ ຫວຽດນາມ ຊ່ວຍ​ເຫຼືອ. ​ໃຫ້​ສະຖານີ​ໂທລະພາບ​ແຫ່ງ​ຊາດ ລາວ ດ້ວຍ​ມູນ​ຄ່າ 12 ຕື້​ດົ່ງ, ຈາກ​ແຫຼ່ງ​ທຶນ​ພັດທະນາ​ຂອງ​ສະຖານີ​ໂທລະພາບ ຫວຽດນາມ. ລະບົບ​ເຄື່ອງສົ່ງ​ສັນ​ຍານໂທ​ລະ​ພາບ​ໃໝ່​ນີ້ ສາມາດ​ແຜ່​ພາຍ​ໃນ​ບໍລິ​ເວນ​ແຕ່ 60 - 80 Km, ຕອບ​ສະໜອງ​ໄດ້​ຄວາ​ມຮຽກຮ້ອງ​ຕ້ອງການໜ້າ​ທີ່​ຂອງ​ສະຖານີ​ໂທລະພາບ​ແຫ່ງ​ຊາດ ລາວ ​ໃນ​ການ​ໂຄສະນາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ລາວ, ພ້ອມ​ທັງ ຊ່ວຍ​ໃຫ້​ປະຊາຊົນ​ ລາວ ບັນດາ​ເຜົ່າ​ໄດ້ຮັບ​​ຊົມ​ບັນດາ​ລາຍການ​ຂອງ​ສະຖານີ​ໂທລະພາບ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ