ຫວຽດນາມມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະອາບຟຣີກາໃຕ້
ພາບປະກອບ
(vovworld) – ວັນທີ 22/1, ຢູ່ ສ. ອາບຟຣີກາ ໃຕ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ເລຮູຍຮ່ວາງ, ໃນຖານະເປັນປະທານຄະນະກຳມະການອາຊຽນ ປະຈຳ ອາບຟຣີກາ ໃຕ້ (APC) ເປັນປະທານວາລະປະຊຸມຕົ້ນປີຂອງຄະນະກຳມະການດ້ວຍການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດຂອງ 7 ປະເທດສະມາຊິກ ອາຊຽນທີ່ມີສຳນັກງານຕັ້ງຢູ່ ອາບຟຣີກາ ໃຕ້.
ທ່ານເອກອັກຄະລັດຖະທູດ ເລຮູຍຮ່ວາງ ໃຫ້ຮູ້ວ່າ: ດ້ວຍຖານະປະສານງານ APC, ສະຖານທູດ ຫວຽດນາມ ພ້ອມກັບສະຖານທູດປະເທດຕ່າງໆຂອງ ອາຊຽນ ປະຈຳ ອາບຟຣີກາ ໃຕ້ ຈະສຸມໃສ່ເຂົ້າໃນການໂຄສະນາພາບພົດ, ຄວາມສາມາດບົ່ມຊ້ອນແຫ່ງການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຂອງບັນດາປະເທດ ອາຊຽນ ກັບ ອາບຟຣີກາ ໃຕ້. ພິເສດ ດ້ວຍຂໍ້ລິເລີ່ມຂອງ ຫວຽດນາມ, ຄະນະກຳມະການ APC ຈະມີການເຄື່ອນໄຫວແລກປ່ຽນຕ່າງໆກັບການນຳ ອາບຟຣີກາ ໃຕ້ ກ່ຽວກັບທິດທາງຍູ້ແຮງການແລກປ່ຽນການຄ້າ, ການລົງທຶນລະຫວ່າງ ອາຊຽນ ແລະ ອາບຟຣີກາ ໃຕ້. ຄະນະກຳມະການ APC ກໍ່ຈະສົມທົບກັບບັນດາອົງການຄົ້ນຄ້ວາຂອງ ອາບຟຣີກາ ໃຕ້ ຈັດຕັ້ງບັນດາການແລກປ່ຽນ, ກອງປະຊຸມສຳມະນາ ກ່ຽວກັບສະພາບການຢູ່ ອາບຟຣີກາ ໃຕ້ ເວົ້າສະເພາະ ແລະ ທະວີບ ອາບຟຣີກາ ເວົ້າລວມ. ຄາດວ່າ, ບັນດາປະເທດ ອາຊຽນ ກໍ່ຈະຈັດການເຄື່ອນໄຫວພົວພັນແລກປ່ຽນກິລາ, ໂຄສະນາເຜີຍແຜ່ກ່ຽວກັບວັດທະນະທຳ ແລະ ຜະລິດຕະພັນຂອງບັນດາປະເທດ ອາຊຽນ ໃນອາຍຸການທີ່ ຫວຽດນາມ ເປັນປະທານ.