ຫວຽດນາມມີເຄື່ອງໝາຍການຄ້າລອດເຂົ້າໃນ Top 400 ເຄື່ອງໝາຍການຄ້າມີມູນຄ່າທີ່ສຸດທົ່ວໂລກ
(VOVWORLD) -ເຄື່ອງໝາຍການຄ້າ Viettel (ຂອງ ຫວຽດນາມ) ໄດ້ກຳນົດລາຄາ 5,8 ຕື້ USD, ເພີ່ມຂຶ້ນ 34% ເມື່ອ ທຽບກັບປີ 2019 (4,38ຕື້ USD).
ປັດຈຸບັນເຄື່ອງໝາຍການຄ້າ Viettel ຢື່ນຢູ່ອັນດັບທີ 355 ຂອງໂລກ(ພາບ: Vietel Store) |
Brand Finance, ຜູ້ໃຫ້ຄຳປຶກສາກ່ຽວກັບການກຳນົດລາຄາເຄື່ອງໝາຍການຄ້າແຖວໜ້າໂລກ, ຫາກໍປະກາດບັນຊີລາຍຊື່ 500 ເຄື່ອງໝາຍການຄ້າທີມີມູນຄ່າທີ່ສຸດທົ່ວໂລກປີ 2020. ຕາມການປະກາດແລ້ວ, ເຄື່ອງໝາຍການຄ້າ Viettel (ຂອງ ຫວຽດນາມ) ໄດ້ກຳນົດລາຄາ 5,8 ຕື້ USD, ເພີ່ມຂຶ້ນ 34% ເມື່ອ ທຽບກັບປີ 2019 (4,38ຕື້ USD). ເປັນອັນວ່າ, ປັດຈຸບັນເຄື່ອງໝາຍການຄ້າ Viettel ຢື່ນຢູ່ອັນດັບທີ 355 ຂອງໂລກ, ອັນດັບທີ 102ຂອງ ອາຊີ ແລະ ອັນດັບທີ 7 ຂອງອາຊີຕາເວັນອອກສຽງໃຕ້. ບົດລາຍງານຂອງ Brand Finance ໃຫ້ຮູ້ວ່າ, ນີ້ແມ່ນບາດກ້າວຄວາມປະທັບໃຈ ແລະ ແມ່ນສູງທີ່ສຸດໃນຕາຕະລາງຈັດອັນດັບປີນີ້. Viettel ບັນລຸໄດ້ການເຕີບໂຕມູນຄ່າເຄື່ອງໝາຍການຄ້າສູງທີ່ສຸດຂອງໂລກໃນຂົງເຂດໂທລະຄົມມະນາຄົມ.
ກ່ອນນັ້ນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮູ່ງ ພິນິດໄສວ່າ, Viettel ແມ່ນວິສາຫະກິດໂທລະຄົມມະນາຄົມໜຶ່ງດຽວໃນໂລກໄດ້ເຂົ້າຮ່ວມຂົງເຂດຄົ້ນຄ້ວາຜະລິດອຸປະກອນອິນເຕີແນດໂທລະຄົມມະນາຄົມ. Viettel ຫາກໍທົດລອງສຳເລັດການໂທ 5G ໃນອຸປະກອນທີຕົນເອງໄດ້ຄົ້ນຄ້ວາ ແລະ ຄາດຄະເນວ່າຈະປະກາດເຄື່ອງໝາຍການຄ້າໃນເດືອນມີຖຸນາ 2020