ຫວຽດນາມຢືນຢັນສົມທົບກັນຊຸກຍູ້ການພັດທະນາແບບຍືນຍົງແລະຮັບປະກັນສິດຂອງມະນຸດ
ທ່ານນາງເອກອັກຄະນະລັດຖະທູດ ຫງວຽນເຟືອງງາ
(ພາບ: UN)
(vovworld) - ໃນລະຫວ່າງວັນທີ 12 – 13/07 ຜ່ານມາ, ທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຈັດວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບສິດຂອງມະນຸດ. ນີ້ແມ່ນວາລະປຶກສາຫາລືທີ 3 ແລະ ກໍ່ແມ່ນວາລະປຶກສາຫາລືຄັ້ງສຸດທ້າຍໃນບັນດາວາລະປຶກສາຫາລືຫົວເລື່ອງສະເພາະຕາມຂໍ້ລິເລີ່ມຂອງປະທານສະມັດຊາໃຫຍ່ ເພື່ອແນໃສ່ເຮັດໃຫ້ການພົວພັນລະຫວ່າງ 3 ເສົາຄ້ຳຂອງສະຫະປະຊາຊາດແມ່ນ ສັນຕິພາບ, ຄວາມສະຫງົບ, ການພັດທະນາ ແລະ ສິດຂອງມະນຸດ ແລະ ຊຸກຍູ້ບັນດາຄຳໝັ້ນສັນຍາ, ການກະທຳໃໝ່ເພື່ອປະຕິບັດບັນດາຄາດໝາຍ, ເສົາຄ້ຳນີ້ໃຫ້ເລິກເຊິ່ງຂຶ້ນຕື່ມ. ວາລະປຶກສາຫາລືດຳເນີນໃນໂອກາດສະເຫຼີມສະຫຼອງ 50 ປີິແຫ່ງວັນສົນທິສັນຍາສິດເສດຖະກິດ, ວັດທະນະທຳ, ສັງຄົມ (CESCR) ແລະ ສົນທິສັນຍາພົນລະເຮືອນ, ການເມືອງ (CCPR) ແລະ 30 ປີແຫ່ງການຖະແຫຼງສິດພັດທະນາ.
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງເອກອັກຄະນະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກວ່າສິດທິມະນຸດ, ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາມີສາບພົວພັນອັນສະໜິດແໜ້ນ ແລະ ບໍ່ອາດສາມາດຕັດແຍກອອກຈາກກັນໄດ້. ສະນັ້ນ, ທ່ານນາງ ຫງວຽນເຟືອງງາ ຢືນຢັນວ່າ, ຍາມໃດຫວຽດນາມກໍມານະພະຍາຍາມເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການພັດທະນາແບບຍືນຍົງ, ປົກປັກຮັກສາ ແລະ ຊຸກຍູ້ສິດຂອງມະນຸດ ແລະ ບັນລຸໄດ້ບັນດາຜົນງານສຳຄັນ. ຫວຽດນາມ ຈະສືບຕໍ່ສົມທົບກັບປະເທດຕ່າງໆ, ບັນດາຄູ່ຮ່ວມມືຢ່າງແໜ້ນແຟ້ນໃນການຊຸກຍູ້ ແລະ ຮັບປະກັນສິດຂອງມະນຸດໃນຂອບເຂດທົ່ວໂລກ ແລະ ປະຕິບັດບັນດາຄາດໝາຍພັດທະນາຢ່າງໝັ້ນຄົງ.