ຫວຽດນາມຢືນອັນດັບທີ 17 ໃນຕາຕະລາງຈັດອັນດັບຫຼຽນລາງວັນ ASIAD 2018

(VOVWORLD) -ວັນທີ 01 ກັນຍາ, ເປັນມ້ືແຂ່ງຂັນທີ 14  ແລະ ກໍ່ແມ່ນມື້ສຸດທ້າຍຂອງ ASIAD, ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນເງິນປະເພດກິລາກະຕໍ້ຍິງ

ໃນຂະນະທີ່, ທິມກິລາບານເຕະ Olympic ຫວຽດນາມ ບໍ່ຄວ້າໄດ້ຫຼຽນທອງໃນການແຂ່ງຂັນບານເຕະ. ສະນັ້ນ, ຄະນະນັກກິລາຫວຽດນາມ ຄ້ວາໄດ້ທັງໝົດຫຼຽນຄຳ 4 ຫຼຽນ, ຫຼຽນເງິນ 16 ຫຼຽນ, ຫຼຽນທອງ 18 ຫຼຽນ, ຢືນອັນດັບທີ 17 ໃນຕາຕະລາງຈັດອັນດັບຫຼຽນລາງວັນ.

        ຄະນະນັກກິລາຈີນ ສືບຕໍ່ນຳໜ້າໃນຕາຕະລາງຈັດອັນດັບຫຼຽນລາງວັນ ດ້ວຍ 131 ຫຼຽນຄຳ, ຢີ່ປຸ່ນ ຢືນທີ 2 ດ້ວຍ 73 ຫຼຽນຄຳ, ຢືນອັນດັບທີ 3 ແມ່ນ ສ.ເກົາຫຼີ ດ້ວຍຫຼຽນຄຳ 49 ຫຼຽນ ແລະ ຢືນອັນດັບທີ 4 ແມ່ນອິນໂດເນເຊຍ ດ້ວຍຫຼຽນຄຳ 31 ຫຼຽນ.

        ໄລ່ມາຮອດຈຸດເວລານີ້, ຢູ່ ASIAD 2018, ໄດ້ມີຄະນະນັກກິລາ 37 ຄະນະຄວ້າໄດ້ຫຼຽນ ແລະ 29 ຄະນະຄວ້າໄດ້ຫຼຽນຄຳ.

        ຕອນຄ່ຳວັນທີ 02 ກັນຍາ, ພິທີອັດ ASIAD 2018 ໄດ້ດຳເນີນຢູ່ອິນໂດເນເຊຍ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ