ຫວຽດນາມຢືນອັນດັບທີ3ໃນງານແຂ່ງຂັນສີມືແຮງງານອາຊຽນຄັ້ງທີ11

ຫວຽດນາມຢືນອັນດັບທີ3ໃນງານແຂ່ງຂັນສີມືແຮງງານອາຊຽນຄັ້ງທີ11 - ảnh 1
ຄະ​ນະ​ນັ​ກ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ຫວຽດ​ນາມ
ພາບ:TTXVN

(vovworld)- ວັນ​ທີ 28/9, ງານ​ແຂ່ງ​ຂັ​ນ​ສີ​ມື​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 11 ໄດ້​ອັດ​ລົງ ຢູ່ ມາ​ເລ​ເຊຍ, ຄະ​ນະ​ນັ​ກ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ຂອງ​ຫວຽດ​ນາມ ຍາດ​ໄດ້​ທັງ​ໝົດ 10 ຫລຽນ​ຄຳ ໃນ 6 ຂະ​ແຫນງ​ອາ​ຊີບ ແລະ ​ຢືນອັນ​ດັບ​ທີ 3 ໃນ​ຕາ​ຕະ​ລ​າງ​ຈັດ​ອັນ​ດັບ. ນອກນັ້ນ ບັນ​ດາ​ນັກ​ແຂ່ງ​ຂັນ​ສີ​ສື​ແຮງ​ງານ​ຂອງ​ຫວຽດ​ນາມ ຍັງ​ຍາດ​ໄດ້ຫລຽນ​ເງິນ 5 ຫລຽນ, ຫລຽນ​ທອງ 4 ຫລຽນ ແລະ ຫນັງ​ສືຢັ້ງ​ຢືນ​ສີ​ມື​ແຮ​ງງານດີ​ເດັ່ນ. ຄະ​ນະ​ນັກ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ຂອງ​ປະ​ເທດ​ເຈົ້າ​ພາບ ຍາດ​ໄດ້​ລາງວັນ​ທີ 1 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ ດ້ວຍ​ຫລຽນ​ຄຳ 24 ຫລຽນ​ຄຳ, ຫລຽນ​ເງິນ 4 ຫລຽນ ແລະ ຫລຽນ​ທອງ 5 ຫລຽນ. ຖັດ​ມາ ແມ່ນ​ຄະ​ນະ​ນັກ​ແຂ່ງ​ຂັນ​ສີ​ມື​​ແຮງ​ງານຂອງ ອິນໂດ​ເນ​ເຊຍ. ຖັດ​ຈາກ​ຄະ​ນະ​ນັກ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ຂອງ​ຫວຽດ​ນາມ ແມ່ນ​ຄະ​ນະ​ນັກ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ຂອງ​ໄທ ແລະ ສິງ​ກະ​ໂປ.


ຕອບກັບ

ຂ່າວ/ບົດ​ອື່ນ