ຫວຽດນາມ,ລັດເຊຍແລະເບລາຣຸດເພີ່ມທະວີການຮ່ວມມືເສດຖະກິດການຄ້າ
ຄະນະຜູ້ແທນຄະນະເສດຖະກິດສູນກາງ ຫວຽດນາມ ເຮັດວຽກກັບ
ຄະນະຜູ້ແທນກະຊວງພັດທະນາເສດຖະກິດສະຫະພັນ ລັດເຊຍ
(ພາບ: vietnam+)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ເບລາຣຸດ ແລະ ສະຫະພັນລັດເຊຍ ໃນລະຫວ່າງວັນທີ 6 – 14/8, ຄະນະປະຕິບັດງານ ຄະນະເສດຖະກິດສູນກາງ ໂດຍທ່ານ ຟ້າມຊວນເດືອງ ຮອງຫົວໜ້າປະຈຳຄະນະເສດຖະກິດສູນກາງ ນຳໜ້າ, ມີການເຮັດວຽກກັບບັນດາກະຊວງ, ສະຖາບັນຄົ້ນຄວ້າຂັ້ນສູງ, ວິສາຫະກິດ ຂອງ ເບລາຣຸດ ແລະ ສະຫະພັນລັດເຊຍ. ວັນທີ 11/8, ຄະນະປະຕິບັດງານເຮັດວຽກກັບ ທ່ານ Andrey Slepnev ລັດຖະມົນຕີຮັບຜິດຊອບດ້ານການຄ້າຂອງຄະນະກຳມະການເສດຖະກິດ ອາຊີ - ເອີຣົບ. 2 ຝ່າຍໄດ້ພິຈາລະນາບັນດາເນື້ອໃນຕ່າງຝ່າຍຕ່າງມີຄວາມສົມໃຈກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ ເອີຣົບ (EAEU), ພິເສດແມ່ນຜັນຂະຫຍາຍສັນຍາການຄ້າເສລີ (FTA) ທີ່ໄດ້ລົງນາມລະຫວ່າງ ຫວຽດນາມ ແລະ EAEU ເຊິ່ງລວມມື ( ລັດເຊຍ, ອາກເມນີ, ເບລາຣຸດ, ກາຊັກສະຖານ ແລະ ກຽກກີສະຖານ ). ໃນວັນທີ 14/8, ຄະນະປະຕິບັດງານເຮັດວຽກກັບທ່ານ Alexey E. Likhachev ລັດຖະມົນຕີຊ່ວຍວ່າການກະຊວງພັດທະນາເສດຖະກິດສະຫະພັນ ລັດເຊຍ, 2 ຝ່າຍເນັ້ນໜັກວ່າ: ບັນດາກະຊວງ, ຂະແໜງການມີສິດອຳນາດຂອງ 2 ປະເທດຄວນສືບຕໍ່ມານະພະຍາຍາມ ເພື່ອແກ້ໄຂໜ້າທີ່ນຳວົງເງິນການຄ້າ 2 ສົ້ນຂຶ້ນເຖິງ 10 ຕື້ ໂດລາສະຫະລັດ ໃນປີ 2020.