ຫວຽດນາມ-ລາວເຊັນສັນຍາສິນເຊື່ອພັດທະນາຄົມມະນາຄົມ

ຫວຽດນາມ-ລາວເຊັນສັນຍາສິນເຊື່ອພັດທະນາຄົມມະນາຄົມ - ảnh 1
ພິທີເຊັນສັນຍາລະຫວ່າງ 2 ຝ່າຍ
(ພາບ: Hoàng Chương/Vietnam+)

(vovworld) – ວັນ​ທີ 20/6, ຢູ່​ນະຄອນຫຼວງວຽງ​ຈັນ, ຜູ້ຕາງໜ້າ​ລັດຖະບານ ລາວ ​ແລະ ທະນາຄາ​ນລົງທຶນ​ພັດທະນາ ຫວຽດນາມ (BIDV) ​ໄດ້​ເຊັນ​ສັນຍາ​ສິນ​ເຊື່ອ​ກູ້​ຢືມ​​ເງິນກໍ່ສ້າງ​ເສັ້ນທາງ​ຈາກທ່າ​ເລົ່າ ຫາ​ຊຳ​ໃຕ້​ຂຶ້ນ​ກັບ​ແຂວງ ຫົວພັນ​. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເຈີ່ນ​ບັກ​ຮ່າ, ປະທານ​ສະພາ​ບໍລິຫານ​ງານ​ທະນາຄານ BIDV, ​ໃຫ້​ຮູ້​ວ່າ: BIDV ຈະ​ໃຫ້​ລາວ ກູ້ຢືມ​ຈຳນວນ​ເງິນ​ກ່ວາ 53 ລ້ານ USD ​ເພື່ອ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າ​ວ ດ້ວຍ​ລວງ​ຍາວ 67 ກມ. ​​ເມື່ອເສັ້ນທາງ​ດັ່ງກ່າວ​ໄດ້​ນຳ​ເຂົ້າ​ໃຊ້​ການຈະ​ເຊື່ອມ​ຕໍ່​ລະບົບ​ທາງຄົມ​ມະ​ນາ​ຄົມ​ໃນ​ແຂວງ ຫົວພັນ​ເວົ້າ​ສະ​ເພາະ ​ແລະ ບັນດາ​ແຂວງ​ທາງ​ທິດ​ເໜືອ ລາວ ​ເວົ້າ​ລວມກັບ​ລະບົບ​ເສັ້ນທາງ​ບົກ​ຂອງ ຫວຽດນາມ ​ແລະ ພິ​ເສດຈະ​ເຊື່ອມ​ຕໍ່​ເສັ້ນທາງ​ເຖິງ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ງີ​ເຊີນ (​ແຂວງ ​ແທງ​ຮ໋ວາ, ຫວຽດນາມ), ຊ່ວຍ​ລາວ ມີ​ເສັ້ນທາງ​ໄປ​ສູ່​ທະ​ເລ, ຮັບ​ໃຊ້​ການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ ​ແລະ ​ສັງຄົມຂອງ ລາວ ຢ່າງ​ມີ​ປະສິດທິ​ຜົນ ກໍ່​ຄື​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ການ​ຄ້າຂາຍ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນ 2 ປະ​ເທດ.

 


ຂ່າວ/ບົດ​ອື່ນ