ຫວຽດນາມ-ລາວເພີ່ມທະວີການຮ່ວມມືກ່ຽວກັບວິທະຍາສາດ-ສັງຄົມ
ໝີ້ບີ່ງ,ນັກຂ່າວVOVປະຈຳລາວ -  
ການຈັດຕັ້ງໃນວັນທີ 21/3
(ພາບ: My Binh)
|
(vovworld) – ຕອນບ່າຍວັນທີ 21/3, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ພັນຄຳ ວິພາວັນ, ຮອງນາຍົກລັດຖະມົນຕີ ລາວ ໄດ້ຕ້ອນຮັບຄະນະຜູ້ແທນສະພາມະຫາບັນດິດ ວິທະຍາສາດ - ສັງຄົມ ຫວຽດນາມ ໂດຍສາດສະດາຈານ, ດຣ ຫງວຽນຊວນຖັງ, ປະທານສະພາ ມະຫາບັນດິດ ວິທະຍາສາກ - ສັງຄົມ ນຳໜ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 20 – 22/3. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ລາວ ຢືນຢັນວ່າ: ພັກ, ລັດຖະບານ ແລະ ລັດລາວ ຍາມໃດກໍ່ຖືເປັນສຳຄັນວຽກງານວິທະຍາສາດ ກໍຄືຕີລາຄາສູງການຮ່ວມມືຄົ້ນຄ້ວາວິທະຍາສາດ - ສັງຄົມຂອງສະຖາບັນວິທະຍາສາດ - ສັງຄົມ 2 ປະເທດ. ທ່ານ ທ່ານ ພັນຄຳ ວິພາວັນ, ຮອງນາຍົກລັດຖະມົນຕີ ລາວ ປາດຖະໜາວ່າ: ວຽກງານຄົ້ນຄ້ວາ ວິທະຍາສາດ ຂອງ 2 ຝ່າຍຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ປະກອບສ່ວນເປັນເສນາທິການໃຫ້ແກ່ພັກ, ລັດຖະບານເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ 2 ປະເທດ.
ຕອນບ່າຍວັນດຽວກັນ, ສາດສະດາຈານ, ດຣ ຫງວຽນຊວນຖັງ ໄດ້ມີການປາຖະກະຖາຢູ່ສະຖາບັນວິທະຍາສາດ - ສັງຄົມແຫ່ງຊາດລາວ ດ້ວຍຫົວຂໍ້ “ບັນດາປັດໄຈສ້າງກຳລັງແກ່ງແຍ້ງຂອງປະຊາຄົມເສດຖະກິດ ອາຊຽນ”
ໝີ້ບີ່ງ,ນັກຂ່າວVOVປະຈຳລາວ