(ພາບ: Hoàng Chương/Vietnam+)
(vovworld) –ວັນທີ 24/9, ຢູ່ວຽງຈັນ, ປະເທດລາວ, ທ່ານເວືອງດິ່ງເຮ້ວ, ຫົວໜ້າຄະນະຄະນະເສດຖະກິດສູນກາງຂອງຫວຽດນາມ ແລະ ທ່ານບົວສອນບຸບຜາວັນ, ຫົວໜ້າຄະນະຄົ້ນຄ້ວາຍຸດທະສາດພັດທະນາເສດຖະກິດລາວ ໄດ້ເປັນປະທານຮ່ວມກອງປະຊຸມສຳມະນາສະພາບການໂລກ ແລະ ພາກພື້ນ, ສະພາບເສດຖະກິດຫວຽດນາມ, ວິໄສທັດປີ 2030 ແລະ ບົດບາດ, ພາລະ, ໜ້າທີ່ຂອງຄະນະເສດຖະກິດສູນກາງ. ທີ່ກອງປະຊຸມສຳມະນາ, ທ່ານເວືອງດິ່ງເຮ້ວ ເນັ້ນໜັກວ່າ, ສຳລັບເສດຖະກິດຫວຽດນາມ ຊື່ງແມ່ນພື້ນຖານເສດຖະກິດຕິດພັນກັບພື້ນຖານເສດຖະກິດລາວຢ່າງແໜ້ນແຟ້ນແລ້ວ, ໃນໄລຍະທີ່ຜ່ານມາໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຮັກສາລະດັບເຕີບໂຕເໝາະສົມ. ທ່ານເວືອງດິ່ງເຮ້ວ ຊີ້ແຈ້ງບົດບາດໜ້າທີ່ຂອງຄະນະຄະນະເສດຖະກິດສູນກາງແມ່ນຊ່ວຍລາວ ເຂົ້າໃຈແຈ້ງກ່ວາກ່ຽວກັບຄວາມສຳຄັນຂອງອົງການນີ້ໃນວຽກງານເປັນເສນາທິການໃຫ້ການນຳຂັ້ນສູງກ່ຽວກັບບັນດາບັນຫາເສດຖະກິດສັງຄົມຂອງປະເທດຊາດ. ສ່ວນທ່ານບົວສອນບຸບຜາວັນ ເນັ້ນໜັກວ່າ: ລາວ-ຫວຽດນາມ ມີສາຍພົວພັນແບບພິເສດ, ບັນດາບົດຮຽນຂອງຫວຽດນາມ ໃນການສ້າງເສດຖະກິດແມ່ນມີຄວາມແທດຈິງທີ່ສຸດສຳລັບລາວ, ໂດຍສະເພາະແມ່ນໃນສະພາບການທີ່ລາວພວມມານະພະຍາຍາມປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 9 ສຳເລັດ ແລະ ມຸ່ງໄປເຖິງປະຊາຄົມເສດຖະກິດອາຊຽນໃນປີ 2015./.