ພາບ: quochoi
|
(vovworld)- ຕອນເຊົ້າວັນທີ 7/3, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຊີງຮຸ່ງ, ປະທານສະພາແຫ່ງຊາດຫວຽດນາມ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂວາລະປະຊຸມຄັ້ງທີ 46, ຮັບຟັງບົດລາຍງານຕີລາຄາເພີ່ມເຕີມໝາກຜົນການປະຕິບັດຫນ້າທີ່ພັດທະນາເສດຖະກິດສັງຄົມ, ງົບປະມານແຫ່ງລັດປີ 2015, ໝາກຜົນການປະຕິບັດແຜນການພັດທະນາເສດຖະກິດສັງຄົມ 5 ປີ 2011-2015, ແຜນການພັດທະນາເສດຖະກິດສັງຄົມ, ແຜນການເງິນ, ການລົງທຶນຂອງລັດ ແລະ ແຜນນຳໃຊ້ທີ່ດິນ 5 ປີ 2016-2020. ໃນບົດລາຍງານ, ທ່ານ ບູ່ຍກວາງວີງ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ໄລຍະ 5 ປີ ຜ່ານມາ, ໃນ 26 ຄາດໝາຍຕົ້ນຕໍກ່ຽວກັບເສດຖະກິດ, ສັງຄົມ, ສິ່ງແວດລ້ອມໂດຍສະພາແຫ່ງຊາດຮັບຮອງເອົາ, ມີ 16 ຄາດໝາຍ ບັນລຸໄດ້ ແລະ ລື່ນກາຍແຜນການວາງອອກ. ໄພເງິນເຟີ້ໄດ້ຮັບການຄວບຄຸມ, ລະດັບເພີ່ມຂອງລາຄາໃຊ້ສອຍກໍຫລຸດລົງ ແຕ່ 18,13% ໃນປີ 2011 ລົງເຫລືອພຽງ 0,6% ໃນປີ 2015, ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ. ການເຕີບໂຕເສດຖະກິດໄດ້ຮັບການຮັກສາຢູ່ໃນລະດັບເໝາະສົມ. ບົດລາຍງານກໍຍົກອອກບັນດາທັດສະນະພັດທະນາ, ຄາດໝາຍ, ຈຸດໝາຍ ແລະ ຂອດບຸກທະລຸ, ການດຸ່ນດ່ຽງໃຫຍ່, ບັນດາຫນ້າທີ່, ມາດຕະການພັດທະນາບັນດາຂະແຫນງ, ຂົງເຂດ ແລະ ອົງປະກອບພື້ນຖານເສດຖະກິດໃນ ໄລຍະ 5 ປີຈະມາເຖິງ. ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານ ດີງຕຽນຢູງ, ລັດຖະມົນຕີວ່າການກະຊວງການເງິນ ສະເຫນີບົດລາຍງານຕີລາຄາເພີ່ມເຕີມສະພາບປະຕິບັດງົບປະມານແຫ່ງລັດປີ 2015, ແຜນການການເງິນ 5 ປີ ຄືແຕ່ປີ 2016-2020.