ຫວຽດນາມສົ່ງອອກໝາກລີ້ນຈີ່ນັບສິບໆໂຕນໄປຍັງອົດສະຕາລີ

ຫວຽດນາມສົ່ງອອກໝາກລີ້ນຈີ່ນັບສິບໆໂຕນໄປຍັງອົດສະຕາລີ - ảnh 1
(ພາບ​ປະ​ກອບ​ຈາກ Quang Minh/Vietnam+)


(vovworld) – ຫວຽດ​ນາມ ໄດ້​ສົ່ງ​ອອກ​ໝາກ​ລີ້ນ​ຈີ່​ເກືອບ 17 ໂຕນ​ໄປ​ຍັງ ອົດ​ສະ​ຕາ​ລີ ໃນ​ຄັ້ງ​ທຳ​ອິດ. ນີ້​ແມ່ນ​ໝາກ​ຜົນ​ພາຍຫຼັງ 12 ປີ​ແຫ່ງ​ການ​ເຈ​ລະ​ຈາ​ເພື່ອ​ໃຫ້​ໝາກ​ລີ້ນ​ຈີ່ ຫວຽດ​ນາມ ໄດ້​​ຮັບໃບ​ອະ​ນຸ​ຍາດ​ໃຫ້​ສົ່ງ​ອອກ​​ຕະຫຼາດ ອົດ​ສະ​ຕາ​ລີ, ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ສົ່ງ​ອອກ​ໝາກ​ລີ້ນ​ຈີ່​ເວົ້າ​ສະ​ເພາະ ແລະ ຜະ​ລິດ​ຕະ​ພັນ​ກະ​ເສດ​ເວົ້າ​ລວມ​ຂອງ ຫວຽດ​ນາມ ເຂົ້າ​ຕະຫຼາດ ອົດ​ສະ​ຕາ​ລີ ແມ່ນ​ສະ​ດວກ​ສະ​ບາຍ​ພໍ​ສົມ​ຄວນ. ຕາມ​ຕົວ​ເລກ​ໂດຍ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ​ແລ້ວ, ໃນ​ລະ​ຫວ່າງວັນ​ທີ 12 – 19/6, ໝາກ​ລີ້ນ​ຈີ່​ປະ​ມານ 12 ໂຕນ​ຂອງ​ບໍ​ລິ​ສັດ ໂຣ່ງ​ດໍ໋ ​ໄດ້ມ​ີ​ໜ້າ​​ຢູ່ Melbourne, ​ພ້ອມ​ກັນ​ນັ້ນໝາກ​ລີ້ນ​ຈີ່​​ສົ່ງ​ອອກທົດ​ລອງ​ 1 ໂຕນຂອງ​ບໍ​ລິ​ສັດ Fosti ແລະ​ ທຽນ​ອານ​ມິງ ກໍ່​ຄື​ບໍ​ລິ​ສັດ​ອື່ນໆ​​ເຂົ້າ Sydney… ຖ້າ​ຫາກ​​ການ​ສົ່ງ​ອອກ​ໝາກ​ລີ້ນ​ຈີ່​ທົດ​ລອງ​​ຄັ້ງ​ທຳ​ອິດບັນ​ລຸ​ຜົນ​ສ​ຳ​ເລັດ, ບັນ​ດາ​ວິ​ສາ​ຫະ​ກິດ​ນຳ​ເຂົ້າ​ຈະ​ເຊັນ​ສັນ​ຍາ​​ດ້ວຍ​ຈຳ​ນວນຫຼາຍ​ກ່​ວາ ແລະ ກາ​ລະ​ໂອ​ກາດ​ຈະ​ເປີດ​ກ້​ວາງ​ໃຫ້​ແກ່​ໝາກ​ລີ້ນ​ຈີ່ ຫວຽດ​ນາມ ຢູ່​ຕະຫຼ​າດ​ອົດ​ສະ​ຕາ​ລີ.

ຂ່າວ/ບົດ​ອື່ນ