ຫວຽດນາມສົ່ງເສີມການທ່ອງທ່ຽວຢູ່ອັກຊັງຕີນ

ຫວຽດນາມສົ່ງເສີມການທ່ອງທ່ຽວຢູ່ອັກຊັງຕີນ - ảnh 1
ການ​ສົນ​ທະ​ນາ​ໃນ​ວັນ​ທີ 2/6
(ພາບ: baocongthuong.com.vn)

(vovworld) - ວັນ​ທີ 2/6, ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ ອັກ​ຊັງ​ຕີນ (Armat) ສົ​ມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ Buenos Aires, ຈັດ​ຕັ້ງ​ການ​ສົນ​ທະ​ນາ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຢູ່ ອັກ​ຊັງ​ຕີນ, ປະ​ກອບ​ສ່ວນ​ຫັນ​ຕະຫຼາດ​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ບໍ່​ມີ​ຄວັນ​ເປັນຫຼາຍ​ຮ​ູບຫຼາຍ​ແບບ. ຜູ້​ຕາງ​ໜ້າ​ບໍ​ລິ​ສັດ​ທ່ອງ​ທ່ຽງຫຼາຍ​ແຫ່ງ​​ທີ່​ມີ​ຄວາມ​ສົນ​ໃຈເຖິງ​ເລື່ອງ​ເປີດ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ເຖິງ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ນີ້​ເພື່ອ​ຊອກ​ຮູ້​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ບັນ​ດາ​​ສະ​ຖານ​ທີ່​ທ່ອງ​ທ່ຽວ ແລະ ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຂ​ອງ​ ຫວຽດ​ນາມ ກໍ່​ຄື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ, ໂຮງ​ແຮມ​ພາຍ​ໃນ​ປະ​ເທດ​ຄື​ສົ່ງ​ແຂກ​ທ່ອງ​ທ່ຽວ ອັກ​ຊັງ​ຕີນ ມາ​ຍັງ ຫວຽດ​ນາມ. ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອັກ​ຊັງ​ຕີນ ກໍ່​ແນະ​ນຳ​ບັນ​ດາ​ຈຸດ​ຕົ້ນ​ຕໍ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳຫຼາຍ​ຮູບ​ແບບ​ດ້ວຍ​ມໍ​ລະ​ດົກຫຼາຍ​ແຫ່ງ​ໄດ້​ຮັບ​ການ​ຮອງ​ຮອງ​ຈາກ UNESCO, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ດ້ານການ​ທ່ອງ​ທ່ຽວ ແລະ ບັນ​ດາ​ສະ​ຖານ​ທີ່​ທ​່ອງ​ທ່ຽວ​ທີ່​ດຶງ​ດູດ​ຂອງ​ປະ​ເທດ ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ