ຫວຽດນາມສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ

ຫວຽດນາມສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ - ảnh 1
ທ່ານ ມາຍ​ຕ໋ຽນຢຸງ, ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ
​ນາຍົກລັດຖະມົນຕີ, ​ໂຄສົກ​ຂອງ​ລັດຖະບານ


(vovworld) - ຕາມ​ການຈັດ​ອັນ​ດັບ​ຂອງ​ທະນາຄານ​ໂລກ​ປີ 2016 ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ແລ້ວ, ຫວຽດນາມ​ຖືກ​ຈັດ​ອັນ​ດັບ 82/190 ປະ​ເທດ, ​ເລື່ອນ​ຂຶ້ນ 9 ຂັ້ນ​ກ່ຽວ​ກັບ​ດັດຊະນີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ. ໝາກຜົນ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ໄດ້​ນຳ​ມາ​ເຊິ່ງຜົນງານ​ທີ່​ໜ້າ​ຮັບ​ຮູ້. ທ່ານ ມາຍ​ຕ໋ຽນຢຸງ, ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ​ໂຄສົກ​ຂອງ​ລັດຖະບານ, ​ໃຫ້​ຮູ້​ວ່າ, ລັດຖະບານ​ໄດ້ ​ແລະ ພວມ​ຕັ້ງໜ້າ​ປັບປຸງ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ ດ້ວຍ​ຫຼາຍ​ມາດ​ຕະການ​ຄົບ​ຊຸດ ​ແລະ ລະອຽດ. ນອກ​ນັ້ນ​, ລັດຖະບານ, ນາຍົກລັດຖະມົນຕີ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖີ່​ນກໍ່​ໄດ້​ເອົາ​ໃຈ​ໃສ່​ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດ, ນຳ​ເອົາ​ນະ​​ໂຍບາຍ, ກົດໝາຍ​ເຂົ້າ​ສູ່​ຊີວິດ.

​ແລະ ກໍ່ຕາມ ທ່ານ ມາຍ​ຕ໋ຽນຢຸງ, ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ​ແລ້ວ, ປີ 2017 ລັດຖະບານ​ຈະ​ສືບ​ຕໍ່​ປັບປຸງ​ລະບອບ​ລະບຽບ​ການ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນ, ​ໂດຍ​ລະອຽດ​ແມ່ນ​ປັບປຸງ, ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໂຄງການ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ. ປັບປຸງ​ຮ່າງ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ໜ້າ​ທີ່, ມາດ​ຕະການ​ຕົ້ນຕໍ​ເພື່ອ​ປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ​ປີ 2017.

ຂ່າວ/ບົດ​ອື່ນ