“ຫວຽດນາມສວຍງາມ”ໃນສາຍຕາເພື່ອນມິດຍີ່ປຸ່ນ
ທ່ານເອກອັກຄະລັດຖະທູດຫວຽດນາມ
ປະຈຳຍີ່ປຸ່ນ ຫງວຽນກ໋ວກເກື່ອງ
(ພາບ: vietnamplus.vn)
(vovworld) - ຕອນຄ່ຳວັນທີ 08/10, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຈັດ “ລາຍການຫວຽດນາມ ສວຍງາມ”. ນີ້ແມ່ນເຫດການວັດທະນະທຳໃຫຍ່ຫຼວງ, ມີຄວາມໝາຍສຳຄັນເພື່ອແນໃສ່ໂຄສະນາພາບພົດ, ປະເທດຊາດ ແລະ ຊາວຫວຽດນາມ ເຖິງເພື່ອນມິດຍີ່ປຸ່ນ. ລາຍການໄດ້ດຶງດູດການເຂົ້າຮ່ວມຂອງເພື່ອມມິດຍີ່ປຸ່ນ ຫຼາຍຄົນເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັບແຫ່ງສສ.ຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນກ໋ວກເກື່ອງ ໃຫ້ຮູ້ວ່າ, ຈາກປະເທດທີ່ມີຂົງເຂດກະສິກຳທີ່ຫຼ້າຫຼັງ ແລະ ຂາດສະບຽບອາຫານ, ຫວຽດນາມ ໄດ້ກ່າຍເປັນພື້ນຖານເສດຖະກິດສຳຄັນຢູ່ພາກພື້ນ, ດ້ວຍການສົ່ງອອກເຂົ້າສານໃຫຍ່ອັນດັບ 2 ຂອງໂລກ ແລະ ເຂົ້າຮ່ວມສັນຍາການຄ້າເສລີຫຼາຍສະບັບ, ໃນນັ້ນໄດ້ພ້ອມກັບຍີ່ປຸ່ນ ເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ທ່ານເອກອັກຄະລັດຖະທູດປາດຖະໜາວ່າ, ຜ່ານເຫດການທາງການທູດວັດທະນະທຳຄັ້ງນີ້ ບັນດາເພື່ອນມິດຍີ່ປຸ່ນ ຈະສືບຕໍ່ມີຄວາມເຂົ້າໃຈກ່ຽວກັບຫວຽດນາມ ແລະ ການພົວພັນລະຫວ່າງ 2 ປະເທດສືບຕໍ່ໄດ້ຮັບການພັດທະນາກວ່າອີກ.
ໃນຂອບເຂດຂອງລາຍການ, ບັນດາເພື່ອນມິດຍີ່ປຸ່ນ ໄດ້ຊົມບັນດາວາດຟ້ອນທີ່ເປັນມູນເຊື້ອ, ຮູບພາບໂຄສະນາກ່ຽວກັບວັດນະທຳ, ປະເທດຊາດ ແລະ ຊາວຫວຽດນາມ; ໄດ້ຮັບຟັງບັນດາບົດເພງຂອງຫວຽດນາມ ດ້ວຍພາສາຍີ່ປຸ່ນ…