ຫວຽດນາມສະໜັບສະໜູນຄວາມພະຍາຍາມຊຸກຍູ້ການເຈລະຈາແລະຮັກສາສັນຕິພາບຢູ່ແຫຼມເກົາຫຼີ

(VOVWORLD) - ວັນທີ 19/5/2017, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ສປປ ເກົາຫຼີ ຍິງທົດລອງລູກສອນໄພນຳວິຖີເມື່ອວັນທີ 14/5/2017, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:

ຫວຽດນາມສະໜັບສະໜູນຄວາມພະຍາຍາມຊຸກຍູ້ການເຈລະຈາແລະຮັກສາສັນຕິພາບຢູ່ແຫຼມເກົາຫຼີ - ảnh 1 ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

(ພາບປະກອບ: vietnamnet.vn)

“ຫວຽດນາມມີຄວາມເອົາໃຈໃສ່ເຖິງບັນດາການຜັນແປຫວ່າງແລ້ວນີ້ທີ່ກ່ຽວຂ້ອງເຖິງແຫຼມ ເກົາຫຼີ ແລະ ວິຕົກກັງວົນຕໍ່ເລື່ອງ ສປປ ເກົາຫຼີ ຍິງທົດລອງລູກສອນໄພນຳວິຖີເມື່ອວັນທີ 14/5/2017, ອັນໄດ້ລະເມີດບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ. ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຊຸກຍູ້ການເຈລະຈາ ແລະ ຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີ.

        ເລື່ອງຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນຂອງພາກພື້ນ, ແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງປະເທດຕ່າງໆ. ຫວຽດນາມ ສະເໜີບັນດາປະເທດປະຕິບັດບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຢ່າງເຂັ້ມງວດ ແລະ ມີບັນດາການກະທຳທີ່ມີລັກສະນະສ້າງສັນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ“.

ຕອບກັບ

ຂ່າວ/ບົດ​ອື່ນ