ຫວຽດ​ນາມສະ​ໜັບ​ສະ​ໜູນ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ມ​າ​ລີ

(VOVWORLD) -ວັນທີ 27 ກໍລະກົດສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມກ່ຽວກັບມາລີໃນໄລຍະຫວ່າງມໍ່ໆມານີ້ກອງປະຊຸມສະພາຄວາມໝັ້ນຄົງ ປສຊ ໄດ້ຮັບຟັງ ທູດພິເສດຂອງ ທ່ານເລຂາທິການໃຫຍ່ທ່ານ Mahamat Saleh Annadif ຫົວໜ້າຄະນະປະຕິບັດງານ ສປຊ ປະຈຳ ມາລີ (MINUSMA) ໄດ້ລາຍງານອັບເດດສະພາບການ ແລະ ສະແດງຄວາມວິຕົກກັງວົນຕໍ່ບັນດາຄວາມເຄັ່ງຕຶງດ້ານການເມືອງ ຫວ່າງແລ້ວນີ້ຢູ່ມາລີ.

ຫວຽດ​ນາມສະ​ໜັບ​ສະ​ໜູນ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ມ​າ​ລີ - ảnh 1ກອງປະຊຸມກ່ຽວກັບມາລີຂອງ ສະພາຄວາມໝັ້ນຄົງ ສປຊ

(ພາບ: ຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະປະຕິບັດງານ ຂອງຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ມີການໂອ້ລົມສົນທະນາ ແລະ ເຈລະຈາ ລະຫວ່າງ ບັນດາຝ່າຍເພື່ອແກ້ໄຂບັນດາຄວາມແຕກຕ່າງກັນໃນປັດຈຸບັນ, ພ້ອມທັງເນັ້ນໜັກເຖິງການສືບຕໍ່ປະຕິບັດຢ່າງຄົບຖ້ວນຂໍ້ຕົກລົງສ້າງສັນຕິພາບໃນປີ 2015 ຢ່າງຄົບຖ້ວນ, ສະເໜີໃຫ້ມີບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ຊາວມາລີ, ພິເສດແມ່ນແມ່ຍິງ ແລະ ເດກນ້ອຍ, ສະໜັບສະໜູນບົດບາດຂອງສປຊ, ສະຫະພາບອາຟຼິກກາ, ສະຫະພາບເອີລົບໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ມາລີ.

ຕອບກັບ

ຂ່າວ/ບົດ​ອື່ນ