ຫວຽດນາມສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດສະວິດ ມາລົງທຶນ, ດຳເນີນທຸລະກິດ
(ທ່ານປະທານຄະນະກຳມະການສູນກາງແນວໂຮມ
ປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ
ຕ້ອນຮັບທ່ານ Andrej Motyl ເອກອັກຄະລັດຖະທູດສະວິດ)
(vovworld) - ວັນທີ 8/10, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບທ່ານ Andrej Motyl ເອກອັກຄະລັດຖະທູດສະວິດ ປະຈຳຫວຽດນາມ. ທ່ານຫງວຽນທ້ຽນເຍີນ ຢັ້ງຢືນວ່າ: ສະວິດແມ່ນຄູ່ຮ່ວມມືເສດຖະກິດສຳຄັນອັນດັບໜຶ່ງຂອງຫວຽດນາມ ຢູ່ເອີລົບ. ລັດຖະບານຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວຈະສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດສະວິດເຂົ້າມາລົງທຶນ, ດຳເນີນທຸລະກິດເປັນປົກກະຕິ ແລະ ຍາວນານຢູ່ຫວຽດນາມ ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານຫງວຽນທ້ຽນເຍີນ ຕີລາຄາສູງຫົວຄິດປະດິດສ້າງຂອງທ່ານເອກອັກຄະລັດຖະທູດໃນເລື່ອງສະເໜີໃຫ້ທ່ານປະທານປະເທດມອບນາມມະຍົດພົນລະເມືອງຫວຽດນາມກິຕິມະສັກໃຫ້ແກ່ທ່ານໝໍ Alexandre Emile Jean Yersin ຍ້ອນວ່າບັນດາການອຸທິດອັນໃຫຍ່ຫຼວງຂອງທ່ານ. ທ່ານຫງວຽນທ້ຽນເຍີນ ຢືນຢັນວ່າ: ເລື່ອງມອບນາມມະຍົດນີ້ຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມື ລະຫວ່າງ 2 ປະເທດ.