ຫວຽດນາມ-ສ.ເກົາຫຼີ ມີການພົວພັນທີ່ເປັນ ແບບຢ່າງມຸ່ງໄປ ເຖິງອະນາຄົດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງຕ້ອນຮັບ
ຕ້ອນຮັບອະດີດປະທານາທິບໍດີ ສ.ເກົາຫຼີ Lee Myung Bak
(ພາບ: VGP/Nhật Bắc)
(vovworld) – ວັນທີ 21/10, ກ່າວຄຳເຫັນທີ່ການຕ້ອນຮັບອະດີດປະທານາທິບໍດີ ສ.ເກົາຫຼີ Lee Myung Bak, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ເນັ້ນໜັກວ່າ: ຫວຽດນາມ ຖືເປັນສຳຄັນພິເສດ ແລະ ປາດຖະໜາຢາກພອ້ມກັບ ສ.ເກົາຫຼີ ຍູ້ແຮງການຮ່ວມມືໃນທຸກຂົງເຂດຢ່າງເລິກເຊິ່ງກ້ວາງຂວາງ, ໝັ້ນຄົງ, ແທດຈິງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ປຊຊ ສອງປະເທດ ແລະ ສອງຊາດ; ໃນນັ້ນຈຸດສຸມແມ່ນການຮ່ວມມືດ້ານແຮງງານ, ວັດທະນະທຳ, ການພົບປະແລກປ່ຽນ ປຊຊ. ທ່ານາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມຂອງສອງຝ່າຍ, ຫວຽດນາມ-ສ.ເກົາຫຼີ ຈະສຳເລັດການເຈລະຈາໂດຍໄວ ແລະ ເຊັນສັນຍາການຄ້າເສລີ (FTA) ໃນທ້າຍປີ 2014. ສ່ວນທ່ານ Lee Myung Bak ຖືວ່າ, ການພົວພັນລະຫວ່າງ ສ.ເກົາຫຼີ-ຫວຽດນາມ ແມ່ນການພົວພັນທີ່ເປັນແບບຢ່າງມຸ່ງໄປເຖິງອະນາຄົດ ຍ້ອນວ່າສອງປະເທດບໍ່ພຽງແຕ່ມີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທືນເທົ່ານັ້ນ, ຫາກຍັງມີຄວາມເຂົ້າໃຈກັນ, ສະໜິດຕິດພັນກັນບົນພື້ນຖານການພົວພັນດ້ານວັດທະນະທຳ, ການພົບປະແລກປ່ຽນ ປຊຊ ອີກດ້ວຍ. ທ່ານອະດີດປະທານາທິບໍດີ ສ.ເກົາຫຼີ Lee Myung Bak ໃຫ້ຮູ້ວ່າ: ປະຊາຄົມວິສາຫະກິດ ສ.ເກົາຫຼີ ມີຄວາມເອົາໃຈໃສ່ຊອກຮູ້ກາລະໂອກາດລົງທຶນຢູ່ຫວຽດນາມ ແລະ ປາດຖະໜາວ່າ ລັດຖະບານຫວຽດນາມ ສືບຕໍ່ໜູນຊ່ວຍບັນດາ ວິສາຫະກິດ ສ.ເກົາຫຼີ ມາລົງທຶນຢູ່ຫວຽດນາມ ພ້ອມທັງຫວັງວ່າ, FTA ຈະໄດ້ຮັບການລົງນາມໂດຍໄວ, ຈາກນັ້ນຈະຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທືນລະຫວ່າງສອງປະເທດຢ່າງແຮງກ່ວາອີກ.
(ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ
ຕ້ອນຮັບທ່ານອະດີດປະທານາທິບໍດີສ.ເກົາຫຼີ)
ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 20/10, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານອະດີດປະທານາທິບໍດີສ.ເກົາຫຼີ Lee Myung Bak, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຕາມຄຳເຊີນຂອງທ່ານປະທານປະເທດ ເຈືອງເຕີນຊາງ. ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດທີ່ນັບມື້ນັບພັດທະນາຢ່າງດີງາມ, ທ່ານປະທານປະເທດ ໄດ້ຂອບໃຈສ.ເກົາຫຼີ ທີ່ໄດ້ໜູນຊ່ວຍທຶນ ODA ໃຫ້ແກ່ຫວຽດນາມ, ພ້ອມທັງເນັ້ນໜັກວ່າ ບັນດາວິສາຫະກິດອັນດັບໜຶ່ງຂອງສ.ເກົາຫຼີ ນັບມື້ນັບລົງທຶນຢ່າງແຮງເຂົ້າຫວຽດນາມ. ທ່ານປະທານປະເທດຖືວ່າ, ສ.ເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນສຳລັບຫວຽດນາມ, ເລື່ອງລົງນາມໃນສັນຍາການຄ້າເສລີຈະປະກອບສ່ວນນຳການພົວພັນດ້ານການຄ້າລະຫວ່າງ 2 ປະເທດລື່ນກາຍຕົວເລກ 30 ຕື້ USD ຄືປະຈຸບັນ ແລະ ບັນລຸໄດ້ 70 ຕື້ USD ໃນປີ 2020. ທ່ານປະທານປະເທດເຊື່ອໝັ້ນວ່າ, ບໍ່ວ່າໃນຕຳແໜ່ງໃດ, ທ່ານ Lee Myung Bak ຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ການພົວພັນອັນດີງາມລະຫວ່າງ 2 ປະເທດ.