ຫວຽດນາມ-ສ.ເກົາຫຼີ ເຫັນດີເປັນເອກະພາບເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ແລະ ແທດຈິງກ່ວາອີກ

(VOVWORLD) - ກ່ຽວກັບດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, 2 ຝ່າຍໄດ້ເຫັນດີເປັນເອກະສັນຮັບຮອງເອົາຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືປ້ອງກັນປະເທດລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ

ຕອນເຊົ້າວັນທີ 23 ມີນາ, ພິທີຕ້ອນຮັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ໄດ້ຈັດຕັ້ງຢ່າງສົມກຽດຢູ່ຮ່າໂນ້ຍ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ  ເຈີ່ນດ້າຍກວາງ ໄດ້ເຈລະຈາກັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in.

        ທີ່ການເຈລະຈາ, ການນຳ 2 ທ່ານເຫັນດີເປັນເອກະສັນຕໍ່ບັນດາທິດທາງ, ມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.

ຫວຽດນາມ-ສ.ເກົາຫຼີ ເຫັນດີເປັນເອກະພາບເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ແລະ ແທດຈິງກ່ວາອີກ - ảnh 1 ທ່ານປະທານປະເທດ ຫວຽດນາມ  ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in

        ກ່ຽວກັບດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, 2 ຝ່າຍໄດ້ເຫັນດີເປັນເອກະສັນຮັບຮອງເອົາຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືປ້ອງກັນປະເທດລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ເພີິ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນປ້ອງກັນຕ້ານອາດຊະຍາກຳ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ…

        ກ່ຽວກັບດ້ານເສດຖະກິດ, ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມຕັດສິນໃຈບັນລຸໄດ້ຄາດໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເຖິງ 100 ຕື້ USD ໃນປີ 2020, ໄປຄຽງຄູ່ກັບບັນດາມາດຕະການສ້າງຄວາມດຸ່ນດ່ຽງດ້ານການຄ້າ.

        ກ່ຽວກັບການຮ່ວມມືພັດທະນາການບຳລຸງສ້າງ, ສ. ເກົາຫຼີ ກຳນົດ: ຫວຽດນາມ ແມ່ນຄູ່ຮ່ວມມືອຸປະຖຳໃນການພັດທະນາໃຫຍ່ທີ່ສຸດ, ຈະສືບຕໍ່ສະຫງວນໃຫ້ ຫວຽດນາມ ບັນດາບ້ວງເງິນໜູນຊ່ວຍພັດທະນາ, ສິນເຊື່ອບຸລິມະສິດເໝາະສົມກັບເງື່ອນໄຂ, ຄວາມຕ້ອງການຂອງ ຫວຽດນາມ.

        ກ່ຽວກັບດ້ານວັດທະນະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ, 2 ຝ່າຍເຫັນດີຊຸກຍູ້ເປີດກ້ວາງການພົວພັນດ້ານວັດທະນະທຳ, ການສຶກສາອົບຮົມການທ່ອງທ່ຽວ, ເພິ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເອົາໃຈໃສ່ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງຂອງກັນກ່ວາອີກ, ປັບປຸງພື້ນຖານສັງຄົມຢ່າງໜັກແໜ້ນໃຫ້ແກ່ການພົວພັນ 2 ປະເທດ.

        ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ພ້ອມກັນເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືໃນຂົງເຂດການຄ້າໄລຍະ 2018 – 2020; ການຮ່ວມມືກ່ຽວກັບອຸດສາຫະກຳສຳຮອງ; ການຮ່ວມມືກິດຈະກຳຄົມມະນາຄົມ…

        ກ່າວຄຳເຫັນໃນການພົບປະກັບສື່ມວນຊົນຮ່ວມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນ 2 ປະເທດ, ຄວາມມານະພະຍາຍາມລວມຂອງບັນດາກະຊວງ, ຂະແໜງການທ້ອງຖິ່ນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ -  ສ. ເກົາຫຼີ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ.”

        ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມປະເທດ ຫວຽດນາມ ຮັກແພງແຂກຄົນ, ຂອບໃຈການຕ້ອນຮັບອັນສົມກຽດເຊິ່ງທ່ານປະທານປະເທດ ເຈີ່ນດ້າຍກວາງ ສະຫງວນໃຫ້ແກ່ຄະນະ, ທ່ານປະທານາທິບໍດີ Moon Jae – in ຖືວ່າ:

        “ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງ ສ. ເກົາຫຼີ ແລະ ກົງກັນຂ້າມ. ໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ. ເກົາຫຼີ ພວມດຳເນີນ, ຫວຽດນາມ ໄດ້ສວມບົດບາດສຳຄັນໃນນະໂຍບາຍນັ້ນ. ຜ່ານການພົບປະຂັ້ນສູງໃນຄັ້ງນີ້, 2 ປະເທດໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນເລິກເຊິ່ງ ແລະ ພ້ອມກັນເປັນເອກະພາບຕໍ່ຄວາມມານະພະຍາຍາມຍູ້ແຮງການຮ່ວມມື ເພື່ອຄວາມວັດຖະນາຖາວອນຂອງ 2 ປະເທດ.”

        ຕອນບ່າຍວັນທີ 23 ມີນາ, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ. ເກົາຫຼີ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ຕອບກັບ

ຂ່າວ/ບົດ​ອື່ນ