ຫວຽດນາມ-ສ.ເກົາຫຼີໂອ້ລົມສົນທະນານະໂຍບາຍປ້ອງກັນປະເທດຂັ້ນຮອງລັດຖະມົນຕີ
ທ່ານ Baek Seung Joo, ຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ ແລະ ພົນເອກ ຟຸ່ງກວາງແທງ
(ພາບ: Trọng Đức/TTXVN)
(vovworld) – ວັນທີ 21/7, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟຸງກວາງແທງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Baek Seung Joo, ຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີຫວຽດນາມ - ສ.ເກົາຫຼີ ຄັ້ງທີ 3 ຢູ່ຫວຽດນາມ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 19 – 21/07. ພົນເອກ ຟຸ່ງກວາງແທງ ໄດ້ຊົມເຊີຍຄະນະມາຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ, ພ້ອມທັງຖືວ່າ ຜ່ານການໂອ້ລົມສົນທະນາຈະປະກອບສ່ວນເພີ່ມທະວີ, ປັບປຸງການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ສ. ເກົາຫຼີ. ທ່ານ Baek Seung Joo ໄດ້ແຈ້ງໃຫ້ທ່ານພົນເອກ ຟຸງກວາງແທງ ໄດ້ຮັບຊາບກ່ຽວກັບໝາກຜົນຂອງກອງປະຊຸມໂອ້ລົມສົນທະນານະໂຍບາຍປ້ອງກັນຊາດຂອງຄະນະກັບ ພົນໂທ ຫງວຽນຈີ໋ວີ້ງ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ປາດຖະໜາວ່າ ໃນໄລຍະຈະມາເຖິງກອງທັບ 2 ປະເທດຈະມີການເຄື່ອນໄຫວຮ່ວມມືທີ່ແທດຈິງ, ມີປະສິດທິຜົນ, ເໝາະສົມກັບຜົນປະໂຫຍດຂອງກອງທັບ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ສ. ເກົາຫຼີ.