ຫວຽດນາມຫວັງມີການຮ່ວມມືກັບ ອາແຢກບາຍຢານ ແລະ ແອັດສປາຍ ຢ່າງມີປະສິດທິຜົນ

ຫວຽດນາມຫວັງມີການຮ່ວມມືກັບ ອາແຢກບາຍຢານ ແລະ ແອັດສປາຍ ຢ່າງມີປະສິດທິຜົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​ເອກ​ອັກຄະລັດຖະທູດ ອາ​​ແຢກບາຍ​ຢານ Anar Imanov 

(Vovworld)- ຕອນ​ບ່າຍ​ວັນ​ທີ 25/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​ເອກ​ອັກຄະລັດຖະທູດ ອາ​​ແຢກບາຍ​ຢານ Anar Imanov  ​ແລະ ທ່ານ​ເອກ​ອັກຄະລັດຖະທູດ​ແອັດ​ປາຍ Alfonso Tena Garcia ​ເຂົ້າ​ຢ້ຽມ​ຄຳນັບ​ເນື່ອງ​ໃນ​ໂອກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ.

        ທີ່​ການ​ຕ້ອນຮັບ ທ່ານ​ເອກ​ອັກຄະລັດຖະທູດ ອາ​​ແຢກບາຍ​ຢານ Anar Imanov, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ເນັ້ນ​ໜັກ​ວ່າ ຫວຽດນາມ​ຫວັງ​ວ່າ ຈະ​ພ້ອມ​ກັບອາ​​ແຢກບາຍ​ຢານ ສືບ​ຕໍ່​ນຳ​ການພ​ົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ປະຊາຊົນ....ສ່ວນທ່ານ​ເອກ​ອັກຄະລັດຖະທູດ ອາ​​ແຢກບາຍ​ຢານ Anar Imanov ​ເນັ້ນ​ໜັ້ກວ່າ ອາ​​ແຢກບາຍ​ຢານ ຖື​ເປັນ​ສຳຄັນ​ພິ​ເສດ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ, ຖື​ວ່ານີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ.

      ທີ່​ການ​ຕ້ອນຮັບທ່ານ​ເອກ​ອັກຄະລັດຖະທູດ​ແອັດ​ສປາຍ Alfonso Tena Garcia, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ເນັ້ນ​ໜັກ​ວ່າ ລັດຖະບານ​ຫວຽດນາມ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂອງ ແອັດ​ສປາຍ  ​ເຂົ້າ​ມາ​ຮ່ວມ​ມື​ລົງທຶນ ທຳ​ມາ​ຄ້າຂາຍ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ສະ​ເໜີ ​ແອັດ​ສປາຍ ສືບ​ຕໍ່​ຊ່ວຍ​ເຫຼືອ​ທຶນ ODA ​ໃຫ້​ແກ​່ຫວຽດນາມ. ສ່ວນທ່ານ​ເອກ​ອັກຄະລັດຖະທູດ​ແອັດ​ປາຍ Alfonso Tena Garcia ​ໃຫ້​ຮູ້​ວ່າ ປະຈຸ​ບັນ ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ຂອງ​ແອັດສປາຍ ມີຄວາ​ມຫວັງ​ຢາກ​ມາ​ຊອກ​ຮູ້​ຕະຫຼາດ, ຊອກ​ຮູ້ກາລະ​ໂອກາດ ລົງທຶນ ທຳ​ມາ​ຄ້າຂາຍ​ຢູ່​ຫວຽດນາມ. 

ຂ່າວ/ບົດ​ອື່ນ