ຫວຽດນາມຫວັງວ່າອາຊຽນ ແລະ ຈີນ ຈະຈັດການເຈລະຈາກ່ຽວກັບ COC ໂດຍໄວ

ຫວຽດນາມຫວັງວ່າອາຊຽນ ແລະ ຈີນ ຈະຈັດການເຈລະຈາກ່ຽວກັບ COC ໂດຍໄວ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi)

(vovworld) - ວັນ​ທີ 25/10, ​ໃນ​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທັດສະນະ​ຂອງ​ຫວຽດນາມ​ ທີ່​ມີ​ຕໍ່​ເລື່ອງ​ອິນ​ໂດ​ເນ​ເຊຍ​ຍົກ​ອອກຮ່າງຂໍ້​ກຳນົດ​ການ​ປະພຶດ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ (COC), ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi, ​ໃຫ້​ຮູ້​ວ່າ:

        ”ອາ​ຊຽນ​ໄດ້ ​ແລະ ພວມ​ສື​ບຕໍ່ຊຸກຍູ້​ການ​ທາ​ບທາມ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ​ອາ​ຊຽນ ​ແລະ ຈີນ ​ເພື່ອ​ກໍ່ສ້າງ COC. ປະ​ຈຸ​ບັນ ອາ​ຊຽນ​ໄດ້​ສ້າງ​ສຳ​ເລັດ​​ໂດຍ​ພື້ນຖານເອກະສານ​ກ່ຽວ​ກັບ​ບັນດາປັດ​ໄຈ ​COC ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ບັນດາ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ເມື່ອ​ເດືອນ 7 ຜ່ານ​ມາ​ແລ້ວ. ຫວ່າງ​ແລ້ວ​ນີ້, ອິນ​ໂດ​ເນ​ເຊຍ​ໄດ້​ຍົກ​ຂໍ້​ສະ​ເໜີ​ດ້ວຍ​ເນື້ອ​ໃນ​ລະອຽດ​ກວ່າ ​ແລະ ບັນດາ​ປະ​ເທດ​ອາ​ຊຽນຈະ​ສືບ​ຕໍ່​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ນີ້. ຫວຽດນາມ​ ປາດຖະໜາ​ວ່າ ອາ​ຊຽນ ​ແລະ ຈີນ ຈະ​ຈັດການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ COC ​ໂດຍ​ໄວ, ປະກອບສ່ວນ​ຮັກສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ​ເວົ້າ​ລວມ ​ແລະ ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ເວົ້າ​ສະ​ເພາະ”.

        ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ວັນ​ທີ 23/10/2012, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ປະກາດ​ໃຊ້​ດຳລັດ 88/2012 ທີ່​ກຳນົດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວສົ່ງ​ຂ່າວ​ຂອງສື່​ມວນ​ຊົນຕ່າງປະ​ເທດ, ອົງການ​ຕ່າງ​ໜ້າ​ຕ່າງປະ​ເທດ, ອົງການ​ຈັດ​ຕັ້ງ​ຕ່າງປະ​ເທດ​ຢູ່​ຫວຽດນາມ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi, ​ຢັ້ງຢືນ​ວ່າການ​ປະກາດ​ໃຊ້​ດຳລັດ​ໃໝ່​ມີ​ຈຸດປະສົງ​ຕົ້ນ​ຕໍ່ແມ່ນ​ສ້າງ​ເງື່ອນ​ໄຂ​​ສະດວກ​ໃຫ້​ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ, ຫາກ​ບໍ່​ແມ່ນ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ​ຂອງ​ຕ່າງປະ​ເທດ​ຢູ່​ຫວຽດນາມ. ດຳລັດ​ສະບັບ​ໃໝ່​ນີ້​ຈະ​ເລີ່​ມມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 20/12/2012 ​ເປັນ​ຕົ້ນ​ໄປ.

 

ຂ່າວ/ບົດ​ອື່ນ