ການເຮັດວຽກລະຫວ່າງ ກົມອຸດສາຫະກຳທ້ອງຖິ່ນ
ຫວຽດນາມ ແລະ ສະຫະສະມາຄົມຂົນສັດ ອົດສຕາລີ
(ພາບ: baotintuc.vn)
(vovworld) – ຫວ່າງແລ້ວນີ້, ຢູ່ສຳນັກງານອົງການຕາງໜ້າການຄ້າ ຫວຽດນາມ ປະຈຳ ອົດສຕາລີ ໄດ້ດຳເນີນການເຮັດວຽກລະຫວ່າງ ກົມອຸດສາຫະກຳທ້ອງຖິ່ນ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ສະຫະສະມາຄົມຂົນສັດ ອົດສຕາລີ. ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນຂໍ້ມູນກ່ຽວກັບສະພາບຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ, ການຜະລິດ, ສົ່ງອອກຂົນສັດຂອງອົດສຕາລີ ກໍຄືການເຄື່ອນໄຫວໜູນຊ່ວຍ. ນອກຈາກນັ້ນ, ຜູ້ຕາງໜ້າກົມອຸດສາຫະກຳທ້ອງຖິ່ນ ກະຊວງອຸດສາຫະກຳ ຫວຽດນາມ ແລະ ສະຫະສະມາຄົມຂົນສັດ ອົດສຕາລີ ໄດ້ແລກປ່ຽນກ່ຽວກັບວິທີການເຄື່ອນໄຫວ, ການບໍລິຫານຂອງສະຫະສະມາຄົມໃນການໜູນຊ່ວຍບັນດາວິສາຫະກິດສົ່ງອອກຂົນສັດຂອງ ອົດສຕາລີ, ບົດຮຽນທີ່ສາມາດນຳໃຊ້ໃນສະພາບຕົວຈິງຂອງ ຫວຽດນາມ ກໍຄືເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງ 2 ຝ່າຍ, ສ້າງຄວາມສະດວກເພື່ອຊຸກຍູ້ການຮ່ວມມື.