ຫວຽດນາມ-ອິນໂດເນເຊຍ ຮ່ວມມືເພື່ອຄວາມວັດທະນະຖາວອນ
ເວທີປາໄສຫວຽດນາມ-ອິນໂດເນເຊຍ ຮ່ວມມືເພື່ອຄວາມວັດທະນະຖາວອນ
(ພາບ: baomoi.com )
( vovworld ) – “ຫວຽດນາມ-ອິນໂດເນເຊຍ ຮ່ວມມືເພື່ອຄວາມວັດທະນະຖາວອນ“ ແມ່ນຫົວຂໍ້ຂອງເວທີປາໄສຊື່ງຖືກຈັດຂຶ້ນໃນວັນທີ 11/6 ຢູ່ຮ່າໂນ້ຍ. ບົດລາຍງານທີ່ເວທີປາໄສໃຫ້ເຫັນວ່າ, ປີ 2011, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ-ອິນໂດເນເຊຍ ບັນລຸກ່ວາ 4,6 ຕື້ໂດລາສະຫະລັດ, ເຊີ່ງແມ່ນລະດັບສູງສຸດໃນ 10 ປີມານີ້. ຫວຽດນາມ ໄດ້ນຳເຂົ້ານ້ຳມັນສັດ, ພືດ, ເຫຼັກ, ເຫຼັກກ້າ, ເຄື່ອງອາໄຫຼ່ລົດໂອໂຕ, ເຈັ້ຍ, ທາດເຄມີ….ຈາກອິນໂດເນເຊຍ ພ້ອມທັງໄດ້ສົ່ງບັນດາປະເພດສິນຄ້າທີ່ມີທ່າແຮງຄື: ເຂົ້າສານ, ນ້ຳມັນດິບ, ເຄື່ອງຕ່ຳແຜ່ນຕັດຫຍີບ....ໄປຂາຍຢູ່ອິນໂດເນເຊຍ. ປະຈຸບັນ, ພື້ນຖານເສດຖະກິດຂອງສອງປະເທດມີທ່າໄດ້ປຽບຫຼາຍຢ່າງ, ມີລັກສະນະພິເສດສະເພາະທີ່ອາດຈະເພີ່ມເຕີມໃຫ້ແກ່ກັນໄດ້. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ Nguyen Thanh Bien ເນັ້ນໜັກວ່າ:
“ເມື່ອຊີ້ນຳບໍລິຫານພື້ນຖານການຄ້າຕ່າງປະເທດ, ທາງກະຊວງອຸດສາຫະກຳການຄ້າໄດ້ຖືເປັນສຳຄັນ ແລະ ມີຄວາມເອົາໃຈໃສ່ຢ່າງເໝາະສົມເຖິງຕະຫຼາດອິນໂດເນເຊຍ . ເຖິງແນວນັ້ນກໍ່ຕາມ, ການພົວພັນດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດຍັງບໍ່ທັນສົມກັບການພົວພັນດ້ານການເມືອງອັນຈົບງາມ, ຄວາມສາມາດບົ່ມຊ້ອນ ແລະ ຄວາມປາດຖະໜາຂອງສອງຝ່າຍເທື່ອ. ເພື່ອສົມກັບການຮ່ວມມືຍຸດທະສາດ, ສອງປະເທດຕັດສິນໃຈຈະຍົກວົງເງິນການຄ້າສອງສົ້ນຂຶ້ນ 6 ຕື້ໂດລາສະຫະລັດໃນປີ 2015, ໄປຄຽງຄູ່ກັບການປັບປຸງດຸນການຄ້າ“