ຫວຽດ​ນາມອັບ​ເດດ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ກັບ​ນັກ​ລົງ​ທຶນ​ອິນ​ເດຍ

(VOVWORLD) -ຍ້ອນມີການດັດປັບມະຫາພາກ, ຫວຽດນາມ ພວມຮັກສາຄວາມດຶງດູດກັບບັນດານັກລົງທຶນຕ່າງປະເທດ ໃນສະພາບເກີດໂລກລະບາດໂຄວິດ-19 ຊື່ງເຮັດໃຫ້ພື້ນຖານເສດຖະກິດທົ່ວໂລກຖືກຢຸດສະງັກ.
ຫວຽດ​ນາມອັບ​ເດດ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ກັບ​ນັກ​ລົງ​ທຶນ​ອິນ​ເດຍ - ảnh 1

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ອິນເດຍ ຟ້າມແຊັງເຈົາ (ພາບ: Phan Tung)

    ນີ້ແມ່ນສານໄດ້ຍົກອອກມາທີ່ກອງປະຊຸມສຳມະນາທາງອອນລາຍດ້ວຍຫົວເລື່ອງ “ນະໂຍບາຍເສດຖະກິດມະຫາພາກຫຼັກແຫຼ່ງຂອງລັດຖະບານຫວຽດນາມ ຮັບມືກັບໂລກລະບາດ ແລະ ນຳໃຊ້ບັນດາກາລະໂອກາດທາງດ້ານເສດຖະກິດໃຫ້ແກ່ບັນດານັກລົງທຶນໄລຍະຍາວ” ໂດຍສະຖານທູດຫວຽດນາມ ປະຈຳອິນເດຍ ຈັດຂຶ້ນໃນວັນທີ 7 ສິງຫາ.

  ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ອິນເດຍ ຟ້າມແຊັງເຈົາ ໃຫ້ຮູ້ວ່າ, ຫວຽດນາມ ພວມແມ່ນຈຸດພົ້ນເດັ່ນໃນສະພາບການທີ່ໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປທີ່ຊົ່ວຮ້າຍໃນໂລກ. ປະຈຸບັນ, ລັດຖະບານຫວຽດນາມ ຍັງຮັກສາເປົ້າໝາຍຄວບຄູ່ຄື: ທັງຕ້ານໂລກລະບາດ, ທັງປະຕິບັດບັນດາໜ້າທີ່ຟື້ນຟູເສດຖະກິດ. ມີ 3 ເຫດຜົນເພື່ອໃຫ້ບັນດານັກລົງທຶນອິນເດຍ ມີຄວາມອຸ່ນອ່ຽນໃຈສຳລັບກາລະໂອກາດທຳມາຫາກິນຢູ່ຫວຽດນາມ ຄື: ທີ 1 ແມ່ນຫວຽດນາມ ມີປະສົບການໃນການຄວບຄຸມ ແລະ ສະກັດກັ້ນເຊື້ອໄວຣັດ SARS-CoV-2. ທີ 2 ແມ່ນເສດຖະກິດຫວຽດນາມ ສືບຕໍ່ສະແດງໃຫ້ເຫັນຄວາມສາມາດຟື້ນຟູ ແລະ ຜ່ານຜ່າວິກິດການ. ທີ 3 ແມ່ນຫວຽດນາມ ໄດ້ຮັກສາການເຊື່ອມຕໍ່ກັບບັນດາຕະຫຼາດສຳຄັນ ຜ່ານສະພາບແວດລ້ອມແຫ່ງການດຳເນີນທຸລະກິດເປີດກັບສັນຍາການຄ້າເສລີ 14 ສະບັບ. ພິເສດ ດ້ວຍເລື່ອງສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫານັ້ນ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອກ້າວເຂົ້າສູ່ບັນດາຕະຫຼາດໃຫ່ຍ.

ຕອບກັບ

ຂ່າວ/ບົດ​ອື່ນ