ກອງປະຊຸມສຳມະນາໃນວັນທີ 3/10
|
(vovworld) – ວັນທີ 3/10, ຢູ່ນະຄອນ ເກີນເທີ, ຫ້ອງການປະຈຳກ່ຽວກັບສິດທິມະນຸດຂອງ ລັດຖະບານ ແລະ ຄະນະປະຕິບັດງານສະຫະພາບ ເອີລົບ (ອີຢູ) ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນ “ແບ່ງປັນບົດຮຽນ ຫວຽດນາມ - ສະຫະພາບ ເອີລົບ ກ່ຽວກັບການຮັບປະກັນສິດທິມະນຸດໃນການປະຕິບັດສົນທິສັນຍາວ່າດ້ວຍການຕ້ານການທໍລະມານ (UNCAT)”. ກອງປະຊຸມສຳມະນາເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບນະໂຍບາຍການຕ່າງປະເທດລະຫວ່າງ ອີຢູ - ຫວຽດນາມ ໃນຂອບເຂດສົນທິສັນຍາຄູ່ຮ່ວມມືຮອບດ້ານ ອີຢູ - ຫວຽດນາມ ໃຫ້ແກ່ບັນດາພະນັກງານຂຶ້ນກັບບັນດາອົງການຫຼັກແຫຼ່ງຂອງສູນກາງ ແລະ ທ້ອງຖິ່ນເຊິ່ງປະຕິບັດວຽກງານກ່ຽວກັບສິດທິມະນຸດ ແລະ ແບ່ງປັນບົດຮຽນກ່ຽວກັບບັນຫາສິດທິມະນຸດໃນການພົວພັນ ຫວຽດນາມ - ອີຢູ. ນີ້ກໍ່ແມ່ນກາລະໂອກາດເພື່ອແລກປ່ຽນບົດຮຽນຂອງສະຫະພາບເອີລົບ ໃນການປະຕິບັດສົນທິສັນຍາວ່າດ້ວຍການຕ້ານການທໍລະມານ ສຳລັບບັນດາຄູ່ຮ່ວມມືຂອງ ຫວຽດນາມ, ພ້ອມທັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ຊອກຮູ້ບັນດາຂົງເຂດທີ່ມີຄວາມສົນໃຈໃນວິວັດທະນາການແລກປ່ຽນທັກສະທີ່ກ່ຽວຂ້ອງເຖິງການປະຕິບັດສົນທິສັນຍານີ້.
ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານກ່ຽວກັບສິດທິມະນຸດຂອງ ຫວຽດນາມ ໄດ້ສະເໜີສະພາບລວມກ່ຽວກັບຄວາມຮັບຜິດຊອບຂອງ ຫວຽດນາມ ໃນການປະຕິບັດສົນທິສັນຍາສາກົນກ່ຽວກັບສິດທິມະນຸດເຊິ່ງ ຫວຽດນາມ ເປັນສະມາຊິກ, ໃນນັ້ນມີສົນທິສັນຍາວ່າດ້ວຍການຕ້ານການທໍລະມານ. ໂດຍຕາງໜ້າໃຫ້ສະຫະພາບ ເອີລົບ, ທ່ານ Andreas Kirsch – wood, ສະມາຊິກສະມາຄົມທະນາຍຄວາມສະຫະພັນ ເຢຍລະມັນ ແລະ ສູນຄົ້ນຄ້ວາກົດໝາຍພັດທະນາແບບຍືນຍົງສາກົນໄດ້ລາຍງານກ່ຽວກັບວິວັດທະນາການ ແລະ ບັນດາປັດໄຈຕົ້ນຕໍໃນການນຳສົນທິສັນຍາວ່າດ້ວຍການຕ້ານການທໍລະມານເຂົ້າປະຕິບັດໃນລະດັບຊາດ ແລະ ພາກພື້ນກໍ່ຄືບັນດາແງ່ມູມຕົ້ນຕໍຂອງການປະຕິບັດສົນທິສັນຍາດັ່ງກ່າວ.