(ພາບປະກອບ)
(vovworld) - ເຖິງວ່າໜີ້ສາທາລະນະໃກ້ຈະຂຶ້ນເຖິງລະດັບເພດານແລ້ວກໍ່ຕາມ ແຕ່ບັນດານັກຊ່ຽວຊານດ້ານເສດຖະກິດພັດຖືວ່າ: ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອຊຳລະໜີ້ສາທາລະນະ 100% ໃນປະຈຸບັນໄດ້. ບົດລາຍງານຂອງທະນາຄານໂລກ ຄາດຄະເນວ່າ ດ້ວຍລະດັບໜີ້ສາທາລະນະໃນປະຈຸບັນແມ່ນ 62,5% ປີ 2016 ໜີ້ສາທາລະນະຂອງ ຫວຽດນາມ ອາດຈະເພີ່ມຂຶ້ນລະດັບ 63,8%; ປີ 2017 ເພີ່ມຂຶ້ນ 64,4% ແລະ ປີ 2018 ສາມາດຢູ່ໃນລະດັບ 64,7%. ເມື່ອຕີລາຄາກ່ຽວກັບບັນດາບ້ວງໜີ້ສາທາລະນະຢູ່ ຫວຽດນາມ, ບັນດານັກຊ່ຽວຊານດ້ານເສດຖະກິດຖືວ່າ: ບັນດາບ້ວງໜີ້ນີ້ ສ່ວນຫລາຍແມ່ນກູ້ຢືມໄລຍະສັ້ນ. ເຖິງຢ່າງໃດກໍ່ຕາມ ດ້ວຍລະດັບໜີ້ສາທາລະນະປະມານ 62% GDP ນັ້ນ ມັນຈະບໍ່ກໍ່ຄວາມຫຍຸ້ງຍາກຫລາຍໃຫ້ແກ່ການຊຳລະໜີ້. ນັກຊ່ຽວຊານດ້ານເສດຖະກິດ ຫວູດີງແອ໋ງ ໃຫ້ຮູ້ວ່າ:
“ຫວຽດນາມ ຍັງມີຄວາມສາມາດຊຳລະບັນດາບ້ວງໜີ້ຢ່າງຄົບຖ້ວນ, ນັບທັງຕົ້ນໜີ້ກໍ່ຄືໜີ້ເຖິງຢ່າງໃດກໍ່ຕາມ ພວກເຮົາຕ້ອງເອົາໃຈໃສ່, ທີໜຶ່ງແມ່ນ ການໃຊ້ໜີ້ຈະມີທ່າອ່ຽງເພີ່ມຂຶ້ນ ໃຊ້ໜີ້ຕົ້ນທຶນ ແລະ ດອກເບ້ຍ ໃຫ້ບ້ວງໜີ້ທີ່ຮອດເວລາກຳນົດແລ້ວ. ດັ່ງນັ້ນ ພວກເຮົາຕ້ອງສ້າງໂຄງປະກອບຄືນໃໝ່, ພິເສດແມ່ນກ່ຽວຂ້ອງເຖິງການປະຢັດລາຍຈ່າຍປະຈຳ, ຕິດພັນກັບການປະຕິຮູບລະບຽບການບໍລິຫານ. ພ້ອມກັນນັ້ນ ພວກເຮົາຍັງຕ້ອງປະຕິບັດໜ້າທີ່ ຄຸ້ມຄອງ ຈຳນວນເງິນທີ່ສະຫງວນໃຫ້ແກ່ການລົງທຶນຢ່າງມີປະສິດທິຜົນກ່ວາ”