ຫວຽດ​ນາມ​ຮ່ວມ​ມື​ຢ່າງ​ແໜ້​ນແຟ້ນ​ກັບ​ບັນ​ດາ​ສະ​ມາ​ຊິກ​ອາ​ຊຽນ​ເພື່ອ​ຊຸກ​ຍູ້​ບັນ​ດາ​ເປົ້າ​ໝາຍ​ລ​ວມ

(VOVWORLD) -ໃນຂອບເຂດສັບປະດາສຸດຍອດອາຊຽນ, ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຢ່າງບໍ່ເປັນທາງການໄດ້ດຳເນີນຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ.
ຫວຽດ​ນາມ​ຮ່ວມ​ມື​ຢ່າງ​ແໜ້​ນແຟ້ນ​ກັບ​ບັນ​ດາ​ສະ​ມາ​ຊິກ​ອາ​ຊຽນ​ເພື່ອ​ຊຸກ​ຍູ້​ບັນ​ດາ​ເປົ້າ​ໝາຍ​ລ​ວມ - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຢ່າງບໍ່ເປັນທາງ (ພາບ: Baothegioi.vn)

ກອງປະຊຸມໄດ້ປຶກສາຫາລືບັນດາບາດກ້າວທີ່ບັນລຸໄດ້ໃນການຜັນຂະຫຍາຍໂຄງການດຳເນີນງານບຸລິມະສິດໃນປີ ເປັນປະທານອາຊຽນ ກໍ່ຄືບັນດາການເຄື່ອນໄຫວເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ 2020 ເຊິ່ງຈະດຳເນີນໃນວັນທີ 26 ມິຖຸນາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ ຊີ້ແຈ້ງວ່າໃນສະພາບການໂລກລະບາດ Covid – 19 ຍັງບໍ່ມີສັນຍານຫຼຸດລົງ, ອາຊຽນ ພວມຢູ່ໃນໄລຍະສຳຄັນ ມີທັງ ສິ່ງທ້າທາຍ ແລະ ກາລະໂອກາດ, ເພາະສະນັ້ນ, ບັນດາປະເທດອາຊຽນຕ້ອງສືບຕໍ່ເດີນຕາມເປົ້າໝາຍກໍ່ສ້າງສາປະຊາຄົມອາຊຽນ 2025. ທ່ານເນັ້ນໜັກວ່າ:

        ບັນດາຄວາມມານະພະຍາຍາມ ແລະ ການຮ່ວມມືຂອງບັນດາປະເທດອາຊຽນໃນການຕໍ່ສູ້ກັບໂລກລະບາດ Covid 19 ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ພາກພື້ນກໍ່ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍຈາກການແກ້ງແຍ່ງຂອງບັນດາປະເທດໃຫຍ່, ມີລັດທິຂົ້ວດຽວ ທີ່ສົ່ງຜົນສະທ້ອນຕໍ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ດ້ວຍເນື້ອໃນຈິດໃຈຮ່ວມມືຂອງອາຊຽນ, ກອງປະຊຸມຄັ້ງນີ້ຈະແມ່ນກາລະໂອກາດເພື່ອປຶກສາຫາລືມາດຕະການທີ່ມີປະໂຫຍດໃນການແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວ, ຊຸກຍູ້ບັນດາບຸລິມະສິດລວມ, ແລກປ່ຽນບັນຫາໃນພາກພື້ນ ແລະ ທົ່ວໂລກເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ແລະກໍ່ໃນວັນດຽວກັນ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມສະມັດຊາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນຄັ້ງທີ 21.

ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ຕ້ອງສືບຕໍ່ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອຍົກສູງ ແລະ ເຜີຍແຜ່ບັນດາຄຸນຄ່າ, ຫຼັກການ ແລະ ບັນທັດຖານໃນການປະພຶດທີ່ໄດ້ຍອມຮັບລວມໃນພາກພື້ນ, ໄປຄຽງຄູ່ກັບວິວັດການຍູ້ແຮງການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສືບຕໍ່ຮັກສາບົດບາດເປັນໃຈກາງ ແລະ ນຳໜ້າຂອງອາຊຽນໃນບັນດາວິວັດການຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ