ຫວຽດນາມຮ່ຳຮຽນຮູບແບບກໍ່ສ້າງເຂດຕົວເມືອງສະຫຼາດຂອງອິດສະຣາແອນ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ອິດສະຣາແອນ, ວັນທີ 22 ພຶດສະພາ, ຢູ່ Tel Aviv, ປະເທດອິດສະຣາແອນ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ມີການເຈລະຈາກັບທ່ານ Ron Hudai, ເຈົ້າຄອງນະຄອນ Tel Aviv, ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງ 2 ນະຄອນ

ຫວຽດນາມຮ່ຳຮຽນຮູບແບບກໍ່ສ້າງເຂດຕົວເມືອງສະຫຼາດຂອງອິດສະຣາແອນ - ảnh 1ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ເຈລະຈາກັບ

ທ່ານ Ron Hudai, ເຈົ້າຄອງນະຄອນ Tel Aviv 

(ພາບ: TTXVN)

ພິເສດແມ່ນໃນຂົງເຂດພັດທະນາເຕັກໂນໂລຊີສູງ ແລະ ລະບົບຊີວະພາບເລີ່ມທຸລະກິດ. ທີ່ການເຮັດວຽກ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ເນັ້ນໜັກວ່າ: ນະຄອນໂຮ່ຈິມິນ ເອົາໃຈໃສ່ທີ່ສຸດ ແລະ ສຸມໃສ່ພັດທະນາເສດຖະກິດແບບຍືນຍົງຕາມທິດເສດຖະກິດພູມປັນຍາ ແລະ ການເຕີບໂຕຂຽວ ໂດຍອີງໃສ່ພື້ນຖານວິທະຍາສາດເຕັກໂນໂລຊີ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ເລີ່ມດຳເນີນທຸລະກິດແບບ startup. ນະຄອນໂຮ່ຈິມິນ ປາດຖະໜາຢາກໄດ້ຮັບການແບ່ງປັນບົດຮຽນຂອງ Tel Aviv ໃນຂົງເຂດດັ່ງກ່າວ, ເຊິ່ງເປັນທ່າແຮງຂອງ Tel Aviv.

      ສ່ວນທ່ານເຈົ້າຄອງນະຄອນ Ron Hudai, ໄດ້ແບ່ງປັນບົດຮຽນໃນການສ້າງເຂດຕົວເມືອງສະຫຼາດ ແລະ ສະແດງຄວາມປາດຖະໜາຢາກຮ່ວມມືກັບນະຄອນໂຮ່ຈິມິນ ໃນບັນດາຂົງເຂດສ້າງສູນເລີ່ມທຸລະກິດ, ແບ່ງປັນບົດຮຽນໃນການສ້າງເຂດຕົວເມືອງສະຫຼາດ ແລະ ເຊື້ອເຊີນນະຄອນໂຮ່ຈິມິນ ເຂົ້າຮ່ວມສັບປະດາຫົວຄິດປະດິດສ້າງ ໂດຍ Tel Aviv ຈັດຕັ້ງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ