ຫວຽດນາມຮຽກຮ້ອງບັນດາຄູ່ຮ່ວມມືສືບຕໍ່ຮ່ວມມືຊ່ວຍເຫຼືອຫວຽດນາມຫຼຸດຜ່ອນຄວາມອຶດຫິວທຸກຍາກ
(ພາບປະກອບ)
(vovworld) – ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 55 ຂອງ ຄະນະກຳມະການພັດທະນາສັງຄົມສັງກັດ ສະພາເສັດຖະກິດ - ສັງຄົມ ສະຫະປະຊາຊາດ ທີ່ພວມດຳເນີນໄປຢູ່ New York ໃນລະຫວ່າງວັນທີ1 – 10/2, ທ່ານນາງ ຫງວຽນເຟືອງງາ ເອກອັກຄະລັດຖະທຸດ, ຫົວໜ້າຄະນະຜູ້ຕ່າງໜ້າຂອງຫວຽດນາມປະຈຳສະຫະປະຊາຊາດ ຢືນຢັນວ່າ ລັດຖະບານຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຫຼຸດຜ່ອນຄວາມທຸກຍາກຢ່າງຮອບດ້ານ ແລະ ໝັ້ນຄົງ. ຫວຽດນາມ ພວມດຳເນີນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຫັນກະສິກຳ ແລະ ເຂດຊົນນະບົດເປັນທັນສະໄໝ, ກໍ່ສ້າງ ແລະ ຜັນຂະຫຍາຍບັນດາໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເພີ່ມຄວາມສາມາດສຳຜັດກັບ ການສຶກສາ, ສາທາລະນະສຸກ, ເຮືອນຢູ່, ນ້ຳສະອາດ, ວຽກເຮັດງານທຳ ແລະ ບັນດາການບໍລິການຮັບປະກັນຊີວິດສັງຄົມ, ໃນນັ້ນ ສະຫງວນບຸລິມະສິດໃຫ້ຄົນທຸກຍາກເປັນແມ່ຍິງ, ຊາວເຜົ່າສ່ວນໜ້ອຍ, ຄົນພິການ, ຜູ້ອອກແຮງງານອົບພະຍົບ... ທ່ານນາງເອກອັກຄະລັດຖະທຸດໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງການຮ່ວມມືພາກລັດ - ເອກະຊົນ ແລະ ການຮ່ວມມືສາກົນ ໃນການລະດົມແຫຼ່ງກຳລັງເພື່ອລົບລ້າງຄວາມອຶດຫິວທຸກຍາກ, ຮຽກຮ້ອງບັນດາຄູ່ຮ່ວມມື ສືບຕໍ່ຮ່ວມມືຊ່ວຍຫວຽດນາມ ປັບປຸງໝາກຜົນທີ່ບັນລຸໄດ້ ແລະ ຍົກສູງຄວາມສາມາດຮັບມືກັບຜົນສະທ້ອນກ່ຽວກັບເສດຖະກິດ, ໄພທຳມະຊາດ, ການປ່ຽນແປງຂອງດິນຟະອາກາດ.