ຫວຽດນາມຮຽກຮ້ອງບັນດາປະເທດປະຕິບັດຄຳໝັ້ນສັນຍາກ່ຽວກັບການຫລຸດຜ່ອນນິວເຄຼຍ

ຫວຽດນາມຮຽກຮ້ອງບັນດາປະເທດປະຕິບັດຄຳໝັ້ນສັນຍາກ່ຽວກັບການຫລຸດຜ່ອນນິວເຄຼຍ - ảnh 1
ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ,
​ຫົວ​ໜ້​າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ສ​ປ​ຊ
(ພາບ: TTXVN)

(vovworld) - ​​​​​ ​ໃນ​ລະ​ຫວ່າງວັນ​ທີ 27 – 31/3/2017, ທີ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ ຢູ່​ນິວຢອກ ປະ​ເທດ ອາ​ເມ​ລິ​ກາ, ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 1 ກອງ​ປ​ະ​ຊຸມ​ເຈ​ລະ​ຈາ​ເຄື່ອງ​ມື​ນິ​ຕິ​ທຳ ​ໂດຍຜຸ​ກ​ຮັດ​ເພື່ອ​ແນ​ໃສ່​ຕ້ານ​ອາ​ວຸດ​ນິວ​ເຄຼຍ, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ​ຢ່​​າງສິ້ນ​ເຊິ່ງ. ກ່​າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຂັ້ນ​ສູງ​ໃນ​ວັນ​ທີ 28/3, ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ, ​ຫົວ​ໜ້​າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ, ​ໄດ້ແບ່ງ​ປັນ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ໄພ​ນາ​ບ​ຂູ່​ຂອ​ງ​ອາ​ວຸດ​ນິວ​ເຄຼຍ​ສຳ​ລັບ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ ແລະ ຜົນ​ຮ້າຍ​ກ່ຽວ​ກັບ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ອາ​ວຸດ​ນິວ​ເຄຼຍ. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝ​ີ​ປາຍ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ສຳ​ລັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສາ​ກົນ​ເພື່ອ​ແນ​ໃສ່​​ຫລຸດ​ຜ່ອນ​ນິວ​ເຄຼຍ​ຢ່າ​ງ​ຮອບ​ດ້ານ ແລະ ເຖິງ​ຖອງ, ໃນ​ນັ້ນ​ມີ​ເລື່ອງ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃນ​ຄັ້ງນີ້. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ກໍ່​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ມີ​ອາ​ວຸດ​ນິວ​ເຄຼຍ ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຫລຸດ​ຜ່ອນ​ນິວ​ເຄຼຍ, ຮັບ​ປະ​ກັນ​ບໍ່​ບຸກ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ນິວ​ເຄຼຍ​ແນ​ໃສ່​ບັນ​ດາ​ປະ​ເທດບໍ່​ມີ​ອາ​ວຸດ​ນິວ​ເຄຼຍ ແລະ ເຄົາ​ລົບ​ບັນ​ດາ​​ຂົງເຂດ​ປອດ​ນິວ​ເຄຼຍ; ພ້ອມ​​ທັງ​ຢັ້ງ​ຢືນ​ເລື່ອງ​ຊຸກ​ຍູ້, ຮັກ​ສາ ແລະ ປັບ​ປຸງ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ​ທຸກໆ​ປະ​ເທດ​ສະ​ມາ​ຊິກ.


ຂ່າວ/ບົດ​ອື່ນ